ໃນວັນທີ 26 – 27 ຕຸລາ 2020 ທີ່ຜ່ານມານີ້ ທີມງານໂຄສະນາ ແລະ ປູກຈິດສຳນຶກດ້ານການອານຸລັກຊັບພະຍາກອນປ່າໄມ້ ແລະ ສັດນ້ຳ – ສັດປ່າ ລົງໂຄສະນາໃຫ້ກຸ່ມເປົ້າໝາຍ, ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍຕາມທ່ອງຕະຫຼາດ ເມືອງຍົມມະລາດແຂວງຄຳມ່ວນ ເຊິ່ງການເຄື່ອນໃຫວໃນຄັ້ງນີ້ນຳໂດຍທ່ານ ຫອມຄຳ ໄຊໂກສີພິນິດ ຫົວໜ້າກຸ່ມວຽກໂຄສະນາ ແລະ ປູກຈິດສຳນຶກດ້ານການອານຸລັກຊັບພະຍາກອນປ່າໄມ້ ແລະ ສັດນ້ຳ – ສັດປ່າ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ພ້ອມທີມງານ ເຊີ່ງມີບັນດາທ່ານອຳນາດການປົກຄອງບ້ານໂພນຄຳ, ບ້ານໂຄກສະຫວ່າງ, ບ້ານຍົມມະລາດເໜືອ ແລະ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍເຂົ້າຮ່ວມ.

.

.

ເພື່ອເປັນການໂຄສະນາ ແລະ ປູກຈິດສຳນຶກດ້ານການອານຸລັກຊັບພະຍາກອນປ່າໄມ້ ແລະ ສັດນ້ຳ – ສັດປ່າ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍ ໄດ້ຮັບຮູ້, ເຂົ້າໃຈໃນການນຳໃຊ້ຊັບພະຍາກອນປ່າໄມ້ ແລະ ສັດນ້ຳ – ສັດປ່າໃຫ້ມີຄວາມຢືນຍົງ ແລະ ເພື່ອເປັນການສະກັດກັ້ນການຄ້າຂາຍສັດປ່າຕາມທ່ອງຕະຫຼາດ ແລະ ຮ້ານອາຫານທີ່ສຳຄັນອີກດ້ວຍ.

.

.

ເຊິ່ງທີມງານໂຄສະນາ ແລະ ປູກຈິດສຳນຶກດ້ານການອານຸລັກຊັບພະຍາກອນປ່າໄມ້ ແລະ ສັດນ້ຳ – ສັດປ່າໄດ້ອະທິບາຍ ແລະ ແນະນຳໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍໄດ້ຮັບຮູ້ວ່າສັດປ່າປະເພດໃດທີ່ເປັນສັດຫວງຫ້າມ, ສັດປະເພດໃດເປັນສັດຄຸ້ມຄອງ ແລະ ສັດປະເພດໃດທີ່ສາມາດຊົມໃຊ້ໄດ້ແຕ່ຕ້ອງນຳໃຊ້ໃຫ້ຖືກຕ້ອງຕາມລະບຽບ ແລະ ນຳໃຊ້ແບບຢືນຢົງ.

.

.

ເຊິ່ງການເຄື່ອນໃຫວໃນຄັ້ງນີ້ແມ່ນໃຊ້ເວລາ 2 ວັນ ປະກອບມີ 3 ຕະຫຼາດຄື: ຕະຫຼາດເທບສົມບັດ, ຕະຫຼາດພຸດທະວົງ ແລະ ຕະຫຼາດຊຸມຊົນບ້ານໂຄກສະຫວ່າງ.

.

.

.

ພາບ – ຂ່າວໂດຍ: ຄຳພູວາ ໄຊຍະອ່ອນຕາ.