ປກສ ນະຄອນຫຼວງວຽງຈັນ: ອີງຕາມການເປີດເຜີຍຂອງ ພັທ ສາລີ ພຸດທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ປກສ ໃຫ້ຮູ້ກ່ຽວກັບການສອບສວນຄະດີທຳຊຳເລົາ 2 ສາວ ທີ່ເກີດຂຶ້ນວ່າງບໍ່ດົນມານີ້ວ່າ: ໃນວັນທີ 9 ຕຸລາ 2020, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຫັນຄລິບວີດີໂອຈາກເຟສບຸກກ່ຽວກັບຄົນບໍ່ດີ ເຜີຍແຜ່ສິ່ງລາມົກ, ທຳຊຳເລົາ ແລະ ທຳອະນາຈານເດັກ ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ.

ຮອດວັນທີ 10 ຕຸລາ 2020, ຈຶ່ງສາມາດຊອກເຫັນ ແລະ ນຳເອົາເດັກຍິງລາວທີ່ຖືກທໍາຊຳເລົາ ແລະ ຖືກທຳອະນາຈານ ຈໍານວນ 2 ຄົນນັ້ນ ມາສໍາພາດເພື່ອຂະຫຍາຍຜົນ, ເຊິ່ງໄດ້ຊັດທອດເຖິງບຸກຄົນທີ່ກະທຳຜິດ ຄື: ນາງ ດວງຕາ ເບີກໄຊຍະພູມ ( ຄົນລາວ) ແລະ ຄົນຕ່າງປະເທດ 1 ຄົນ, ເຊິ່ງພວກກ່ຽວທັງສອງໄດ້ເອົາຕົວຫຼົບໜີ.

ຕໍ່ກັບເຫດການດັ່ງກ່າວ ໂດຍພາຍໃຕ້ການເອົາໃຈໃສ່ຊີ້ນຳ-ນຳພາຂອງ ການນຳກະຊວງປ້ອງກັນຄວາມສະຫງົບ ກໍຄື ກົມໃຫຍ່ຕຳຫຼວດ ແລະ ກົມໃຫຍ່ສັນຕິບານ ໄດ້ຊີ້ນຳບັນດາເຫຼົ່າລົບວິຊາສະເພາະ ປະສານສົມທົບກັບ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຈຶ່ງສາມາດຈັບຕົວ ນາງ ດວງຕາ ເບີກໄຊຍະພູມ ໄດ້ໃນວັນທີ 18 ຕຸລາ 2020 ມາດຳເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນ ນາງ ດວງຕາ ເບີກໄຊຍະພູມ ກໍໄດ້ຮັບສາລະພາບ ວ່າ: ໃນຊ່ວງໄລຍະເດືອນພຶດສະພາ 2020, ຜູ້ກ່ຽວໄດ້ຕິດຕໍ່ເອົາເດັກຍິງທັງ 2 ຄົນ ໄປໃຫ້ຜູ້ ຊາຍຄົນຕ່າງປະເທດ ທຳຊຳເລົາ ແລະ ທຳອານາຈານ ເພື່ອຖ່າຍຄລິບວີດີໂອ ໂດຍແມ່ນຜູ້ກ່ຽວຖ່າຍເອງ; ແຕ່ກ່ອນຈະໄປຖ່າຍວີດີໂອທຳອະນາຈານດັ່ງກ່າວນັ້ນ ຜູ້ກ່ຽວແມ່ນໄດ້ຊື້ເສື້ອຊາວໜຸ່ມ ແລະ ສິ້ນນັກຮຽນໄປພ້ອມ, ເມື່ອຮອດສະຖານທີ່ ຜູ້ກ່ຽວກໍໄດ້ແຕ່ງໜ້າ ແລະ ເປຍຜົມໃຫ້ເດັກຍິງດັ່ງກ່າວ.
ການກະທຳດັ່ງກ່າວ ແມ່ນເປັນອັນຕະລາຍຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ກຽດສັກສີຂອງພົນລະເມືອງ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ. ສ່ວນຜູ້ຊາຍຄົນຕ່າງປະເທດ ທີ່ຮ່ວມກະທຳຜິດກັບຜູ້ກ່ຽວນັ້ນ ຍັງເອົາຕົວຫຼົບໜີ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດພວກເຮົາ ພວມສືບຕໍ່ຕິດຕາມນຳຈັບຕົວມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ມີສະຕິລະວັງຕົວ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ສຶກສາອົບຮົມລູກຫຼານໃນການພົວພັນສັງຄົມ, ຢ່າຫຼົງເຊື່ອບຸກຄົນ ຫຼື ກຸ່ມຄົນທີ່ຕົວະຍົວະຫຼອກລວງ. ຖ້າບໍ່ດັ່ງນັ້ນ, ຈະຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ.
ຖ້າໃນກໍລະນີພົບເຫັນພຶດຕິກຳ ຫຼື ການກະທຳທີ່ສົງໄສ ວ່າ ເປັນການກະທຳຜິດ ຂໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫຼື ກົມຕຳຫຼວດ 312 ເບີໂທລະສັບສາຍດ່ວນ 1300 ຫຼື 1362.