ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ
ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ ຈັດຂື້ນຢ່າງສົມກຽດໃນຕອນເຊົ້າວັນທີ 26 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ ວັດລາວ, ທ່ານ ນາງ ປານີ ຢາທໍ້ຕູ້ ປະທານສະພາແຫ່ງຊາດ ມີການນໍາພັກ ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ອາດີດການນໍາຂັ້ນສູງ ແລະແຂກຖືກເຊີນເຂົ້າຮ່ວມ.

ໃນງານຄັ້ງນີ້ທ່ານ ນາງ ປານີ ຢາທໍ້ຕູ້ ປະທານສະພາແຫ່ງຊາດ ໄດ້ຍົກໃຫ້ວ່າ: ຕະຫຼອດໄລຍະ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານຂອງລັດປະຊາທິປະໄຕປະຊາຊົນລາວ, ສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດຂອງອົງການອໍານາດລັດ ໄດ້ຕັ້ງໜ້າປະຕິບັດພາລະບົດບາດນິຕິບັນຍັດໃນການຫັນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ເປັນລັດຖະທໍາມະນູນ ແລະກົດໝາຍ ໃນແຕ່ລະຂົງເຂດວຽກງານເປັນລະບົບຄົບຊຸດໂດຍພື້ນຖານ ເຊິ່ງສາມາດສ້າງພື້ນຖານທາງດ້ານນິຕິກໍາໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແລະການເຊື່ອມໂຍງກັບສາກົນໃນແຕ່ລະໄລຍະນັບມື້ດີຂຶ້ນ.

ນອກຈາກນັ້ນສະພາແຫ່ງຊາດ ໄດ້ເອົາ ໃຈໃສ່ປະຕິບັດສິດ ແລະ ໜ້າທີ່ ໃນການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນແລະ ກົດໝາຍຂອງບັນດາອົງການລັດ. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ການເຄື່ອນໄຫວວຽກງານ ແລະ ການບໍາລຸງສ້າງ, ຍົກລະດັບໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະພະນັກງານວິຊາການໃນດ້ານຕ່າງໆເຮັດໃຫ້ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງສາມາດປະຕິບັດໜ້າທີ່ຂອງຕົນ ຕາມທີ່ກໍານົດໃນລັດຖະທໍາມະນູນແລະກົດໝາຍ ນັບມື້ມີຄຸນນະພາບແລະມີປະສິດທິຜົນສູງຂຶ້ນ.

ການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບຂອງສະພາແຫ່ງຊາດ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ກໍຄືການສືບຕໍ່ສ້າງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນ, ໃຫ້ມີຄວາມໜັກແໜ້ນ ເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາ ຕາມຈຸດໝາຍສັງຄົມນິຍົມ.
ຫາຍຫລັງທ່ານ ນາງ ປານີ ຢາທໍ້ຕູ້ ສຳເລັດການມີຄຳເຫັນແລ້ວ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍຄະ ນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໃຫ້ກຽດຂື້ນປະດັບຫລຽນຄໍາແຫ່ງຊາດໃຫ້ແກ່ສະພາແຫ່ງຊາດ ຊື່ງເປັນຫລຽນສຸດຂອງຊາດ ແລະປະດັບຫລຽນໄຊອິດສະຫລະຊັ້ນ 1 ໃຫ້ແກ່ຄະນະປະຈຳສະພາແຫ່ງຊາດຕາມລຳດັບ ຈາກນັ້ນ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ໄດ້ໃຫ້ກຽດຂື້ນກ່າວສູນທອນພົດ ແລະໂອ້ລົມຕໍ່ງານໂຮມຊຸມນຸມກໍ່ຄືສະມາຊິກສະພາແຫ່ງຊາດ ເພື່ອເປັນທິດນໍາໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນຕໍ່ໜ້າ.

ການສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ ນອກຈາກມີພິທີໂຮມຊຸມນຸມແລ້ວ ຕອນເຊົ້າຄະນະປະຈໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຍັງໄດ້ວາງພວງມາລາ ແລະກະຕ່າດອກໄມ້ຢູ່ອານຸສາວະລີນັກຮົບນິລະນາມດາວແດງ ແລະຫໍພິພິດຕະພັນທ່ານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນຮັບໃຊ້ຊາດໃນໄລຍະຜ່ານ.
Lao National Radio