ສະຫວັນນະເຂດ: ລາຍງານຈາກ 1623 ໃຫ້ຮູ້ວ່າ ນັບຕັ້ງແຕ່ວັນທີ 22-23/10/2020 ທາງຫນ່ວຍກູ້ໄພ 1623 ພວກເຮົາແມ່ນໄດ້ຖືກມອບຫນ້າທີ່ລົງຊ່ວຍເຫລືອຜ່ານມາແມ່ນ 5 ບ້ານ ກໍຄື ບ້ານ ສອງຄອນເຫນືອ,ບ້ານສອງຄອນໃຕ້,ບ້ານຫນອງເດີ່ນທົ່ງ,ບ້ານຊະແຍງ,ບ້ານດອນມ່ວງແມ່ນສຳເລັດແລ້ວ.

ວັນທີ 24/10/2020 ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ແມ່ນໄດ້ຮັບຄຳສັ່ງຈາກທາງຂັ້ນເທິງໃຫ້ຍ້າຍຈຸດລົງຊ່ວຍເຫລືອ ແລະ ສືບຕໍ່ແຈກຢາຍອາຫານ,ເຄື່ອງໃຊ້ ແລະ ຢາປົວພະຍາດຈຳນວນຫນຶ່ງ ໃຫ້ແກ່ ບ້ານແກ້ງໂດນ ເມືອງສອງຄອນ ແຂວງສະຫວັນນະເຂດ ປະມານ 300 ຫລັງຄາເຮືອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເຊັ່ນດຽວກັນ.

ຖ້າປະຊາຊົນ,ຊາວຄ້າຂາຍ ຫລື ນັກທຸລະກິດທ່ານໃດ ຕ້ອງການບໍລິຈາກເປັນເຄື່ອງບໍລິໂພກ,ອຸປະໂພກ,ຢາປົວພະຍາດເພື່ອຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ ກໍສາມາດມາບໍລິຈາກໄດ້ຢູ່ 4 ຈຸດບໍລິການຂອງຫນ່ວຍກູ້ໄພ 1623 ພວກເຮົາມີຈຸດດົງໂດກ,ຈຸດຫນອງໄຮ,ຈຸດທາດຫລວງ,ຈຸດນາເລົ່າ ຖ້າທ່ານໃດບໍ່ສະດວກກໍສາມາດບໍລິຈາກໄດ້ທາງເລກບັນຊີຂອງຫນ່ວຍກູ້ໄພ 1623 ໄດ້ຕາມເລກບັນຊີຢູ່ທາງດ້ານລຸ່ມ:

ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ.
ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
- ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
- ເລກບັນຊີ: 092-12-00-01026649-001 LAK.

.

.

.

.

່.

.
