ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ຈັບຕົວແມ່ລູກລວມກັນ ຊື້-ຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 12.929 ເມັດ

ໃນວັນທີ 1 ຕຸລາ 2020 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງ ວຽງຈັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ ບ້ານ ໂພນຄຳເໜືອ ເມືອງໂພນໂຮງ ມີຄົນເຄື່ອນໄຫວຊື້-ຂາຍຢາເສບຕິດ(ປະເພດຢາບ້າ) ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ລົງຕິດຕາມເຫັນວ່າມີມູນຄວາມຈິງແທ້ ເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວ ນາງ ໝີຊົ່ງ ອາຍຸ 42 ປີ ອາຊີບ ຊາວນາ(ຜູ້ເປັນແມ່), ທ້າວ ກູ້ລີ, ອາຍຸ 26 ປີ ອາຊີບ ຊາວນາ (ຜູ້ເປັນລູກ) ທັງ 2 ແມ່ນຢູ່ ບ້ານນາເລົາ ເມືອງ ໂພນໂຮງ ແຂວງ ວຽງຈັນ ພ້ອມຂອງກາງຢາບ້າ ຈຳນວນ 12.929 ເມັດ ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ນາງ ໝີຊົ່ງ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນ 287 ເມັດ ແມ່ນເປັນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຊື້ຢາບ້ານຳ ທ້າວ ກູ້ລີ (ລູກຊາຍ) ເຊິ່ງຜູ້ກ່ຽວໄດ້ຊື້ຢາບ້າຈຳນວນ 300 ເມັດ ໃນລາຄາ ເມັດລະ 3.000 ກີບ ພາຍຫຼັງໄດ້ຢາບ້າມາແລ້ວ ກໍໄດ້ນຳເອົາຢາບ້າໄປຂາຍໃຫ້ກັບຊາວໜຸ່ມທົ່ວໄປຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ ຂາຍເມັດ 5000 ກີບ. ຕົກມາໃນວັນທີ 1 ຕຸລາ 2020 ຜູ້ກ່ຽວ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງຢາບ້າ 287 ໜ່ວຍ ທີ່ຊຸກເຊື່ອງຢູ່ໃນເຮືອນຜູ້ກ່ຽວເອງ,

ສ່ວນ ທ້າວ ກູ້ລີ ໄດ້ຮັບສາລະພາບວ່າ ຢາບ້າ ຈໍານວນ 12.642 ເມັດ ເປັນຂອງຜູ້ກ່ຽວແທ້ ຜູ້ກ່ຽວໄດ້ໂທລະສັບສັ່ງຊື້ນຳຄົນບໍ່ຊາບຊື່ບໍ່ຮູ້ບ້ານ ຈຳນວນ 6 ມັດ ເທົ່າກັບ 12.000 ເມັດ ໃນລາຄາ 14.000.000 ກີບ ແມ່ນໄດ້ຕິດໄວ້ກ່ອນ ຫຼັງຈາກຂາຍໜົດແລ້ວຈື່ງເອົາເງິນໄປໃຊ້, ເຊິ່ງໄດ້ນັດຊື້-ຂາຍ ຢາບ້າ ດັ່ງກ່າວຢູ່ທີ່ເດີນບ້ານໂພນຄຳເໜືອ ເມືອງໂພນໂຮງ ເມື່ອໄດ້ຢາມາແລ້ວຜູ້ກ່ຽວກໍ່ໄດ້ເອົາຢາບ້າທີ່ຊື້ມານັ້ນໄປຂາຍໃຫ້ກັບກຸ່ມມົ້ວສຸມຢາເສບຕິດທົ່ວໄປ ໃນລາຄາເມັດລະ 5000 ກີບ ຈຸດຂາຍແມ່ນຢູ່ເຮືອນຜູ້ກ່ຽວເອງ ແລະໄດ້ເອົາຢາບ້າມາລວມໃສ່ກັບ ຢາບ້າທີ່ຂາຍບໍ່ທັນໜົດ ແລ້ວໄດ້ເອົາໄປຊຸກເຊື່ອງໄວ້ໃນເຮືອນຂອງຜູ້ກ່ຽວ ຕົກມາໃນວັນທີ 1 ຕຸລາ 2020 ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າ 12.642 ເມັດ ທີ່ຊຸກເຊື່ອງຢູ່ໃນເຮືອນຂອງຜູ້ກ່ຽວ.

ປກສ ເມືອງໂພນໂຮງ ໄດ້ສະຫຼຸບສັງລວມຂໍ້ມູນຫຼັກຖານພວກຖືກຫາທັງ 2 ຄົນ ແລະ ຂອງກາງຢາບ້າ ຈຳນວນ 12.929 ເມັດ ສົ່ງໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງ ວຽງຈັນ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມຂັ້ນຕອນຂອງກົດໜາຍໃນຂັ້ນຕໍ່ໄປ.

ຂ່າວ ປກສ ແຂວງ ວຽງຈັນ | ຈັນດາລາ.

Leave a Reply

Your email address will not be published. Required fields are marked *