ສະຫວັນນະເຂດ: ລາຍງານຈາກ ນັກຂ່າວເມືອງນອງໃຫ້ຮູ້ວ່າ ເກີດເຫດສະຫຼົດໃຈ ໄຟໄໝ້ເຮືອນປະຊາຊົນ ມີຄົນເສຍຊີວິດຄາກອງເພີງ 1 ຄົນ. ເຫດເກີດໃນເວລາປະມານ 13:00 ຂອງວັນທີ 24/10/2020 ເກີດເຫດໄຟໄໝ້ເຮືອນປະຊາຊົນ ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ.

ໃນນັ້ນມີຜູ້ເສຍຊີວິດ 1 ຄົນ ເປັນເພດຍິງ (ຜູ້ເຖົ້າ). ສະພາບເຮືອນແມ່ນໄຟໄໝ້ກ້ຽງ. ສ່ວນສາເຫດ ແລະ ມູນຄ່າຄວາມເສຍຫາຍ ຂອງໄຟໄໝ້ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕາມຂັ້ນຕອນຕໍ່ໄປ. ສະແດງຄວາມເສຍໃຈ ມາຍັງຄອບຄົວ ຜູ່ເສຍຊີວິດ.

ສະພາບຈາກທີ່ເກີດເຫດ

ສະພາບຈາກທີ່ເກີດເຫດ

ສະພາບຈາກທີ່ເກີດເຫດ

ສະພາບຈາກທີ່ເກີດເຫດ

ສະພາບຈາກທີ່ເກີດເຫດ

Leave a Reply

Your email address will not be published. Required fields are marked *