ຄໍາມ່ວນ: ວັນທີ 21 ຕຸລາ 2020 ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານປະກວດ ລຳຜະຫຍາມະຫາໄຊ ຄັ້ງທີ 1 ປະຈໍາປີ 2020 ໂດຍການເປັນປະທານເປີດງານຂອງທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ, ໂດຍມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ ພ້ອມດ້ວຍຄະນະກໍາມະການຮັບຜິດຊອບຈັດງານຂັ້ນເມືອງ ຕະຫຼອດຮອດບັນດາໝໍລຳທີ່ເຂົ້າປະກວດ ແລະ ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.

ງານປະກວດລຳຜະຫຍາມະຫາໄຊທີ່ຈັດຂຶ້ນໃນຄັ້ງນີ້ ໂດຍພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງອອກແຮງແຂ່ງຂັນກັນສ້າງຜົນງານຂຳນັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຄໍາມ່ວນແມ່ນຢູ່ໃນໄລຍະການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ພ້ອມທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງອົງຄະນະພັກເມືອງມະຫາໄຊ ຢ່າງເປັນຂະບວນຟົດຟື້ນ, ໃນການປະກວດຄັ້ງນີ້ມີບັນດາໝໍລໍາເຂົ້າຮ່ວມແຂ່ງຂັນທັງໝົດຈຳນວນ 22 ຄົນ, ນັບແຕ່ລຸ້ນເຍົາວະຊົນຈົນຮອດລຸ້ນອາວຸໂສ ໃນນັ້ນ ຮຸ້ນອາຍຸ 15-25 ປີ ມີ 5 ຄົນ, ຮຸ້ນອາຍຸ 25-55 ປີ ມີ 8 ຄົນ ແລະ ຮຸ້ນອາຍຸ 60 ປີຂຶ້ນໄປມີ 9 ຄົນ.

ເຊິ່ງທາງຄະນະກຳມະການຈະໄດ້ຄັດເລືອກ ເອົາຜູ້ທີ່ດີເດັ່ນ ເຂົ້າຮອບ ເພື່ອປະກວດໃນຮອບຕໍ່ໄປ. ທັງນີ້ກໍ່ເພື່ອເປັນການສົ່ງເສີມອະນຸລັກປົກປັກຮັກສາປະເພນີການຂັບລຳອັນເປັນມູນເຊື້ອທາງດ້ານວັດທະນະທຳທີ່ດີງາມຂອງຊາດ ກໍ່ຄືເອກະລັກຂອງທ້ອງຖິ່ນແຂວງຄຳມ່ວນ ທີ່ມີມາແຕ່ດຶກດຳບັນໃຫ້ຍືນຍົງຄົງຢູ່ຄູ່ກັບສັງຄົມລາວຕະຫຼອດໄປ ທັງເປັນການຄັດເລືອກໝໍລໍາທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງເມືອງ, ຂອງແຂວງ ໃນການສົ່ງເຂົ້າປະກວດ, ແຂ່ງຂັນຂັບລຳໃນງານສຳຄັນຕ່າງໆ.

ລາຍງານໂດຍ: Media Laos ແຂວງຄຳມ່ວນ ເມືອງມະຫາໄຊ

Leave a Reply

Your email address will not be published. Required fields are marked *