ພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ປະຈຳປີ 2020 ປະຈຸບັນກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ, ຊຶ່ງໃນເວລາ 07 ໂມງ 30 ນາທີ ຂອງວັນທີ 23 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 17.5 ອົງສາເໜືອ ແລະ ເສັ້ນແວງທີ່ 115.3 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ຢ່າງຊ້າໆ.

ຄາດຄະເນວ່າຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ແລະ ສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງ ຂອງ ປະເທດລາວ ໃນໄລຍະວັນທີ 25 ຫາ 26 ຕຸລາ 2020 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 25 ຫາ 27 ຕຸລາ 2020 ນີ້.

ຮຸບພາບປະກອບບົດຂ່າວ

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.​

Leave a Reply

Your email address will not be published. Required fields are marked *