ໄລຍະຜ່ານມາກໍ່ຄືປັດຈຸບັນ, ລາວ ແລະ ຣັດເຊຍມີການພົວພັນຮ່ວມມືອັນລໍ້າຄ່າບົນພື້ນຖານມູນເຊື້ອ ແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມມາແຕ່ດົນນານ,ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຊວ່ຍເຫລືອເຊີ່ງກັນແລະກັນ,ເປັນປະເທດເພື່ອນມິດທີ່ໃກ້ຊິດ,ຄູ່ຮ່ວມມືຍຸດທະສາດ,ໃຫ້ການສະຫນັບສະຫນູນເຊີ່ງກັນແລະກັນ ໃນເວທີພາກພື້ນແລະສາກົນ.

ໂອກາດກ່າວຄໍາປາໃສຕໍ່ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຣັດເຊຍຄົບຮອບ60ປີທີ່ຈັດຂື້ນໃນຕອນເຊົ້າວັນທີ 8 ຕຸລາ 2020 ຢູ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ ພົນເອກຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປ້ອງ ກັນປະເທດມີຄໍາເຫັນວ່າ: ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຣັດເຊຍ ເປັນຂີດຫມາຍສໍາຄັນທາງດ້ານປະຫວັດສາດ ເປັນບ່ອນອີງພື້ນຖານສໍາຄັນ ເຮັດໃຫ້ການປະຕິວັດຢູ່ລາວ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍສະຖາປະນາເປັນປະເທດສາ ທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ2ທັນວາ1975 ສະຫະພັນຣັດເຊຍກໍ່ຄືອະດີດສະຫະພາບໂຊຫວຽດໃນເມື່ອກ່ອນ ໄດ້ປະກອບສ່ວນຊ່ວຍເຫລືອລາວຢ່າງຕໍ່ເນື່ອງ

ໂດຍສະເພາະ ການກໍ່ສ້າງພື້ນຖານໂຄງລ່າງ,ດ້ານອຸດສະຫະກໍາ,ກະສິກໍາ,ການສຶກສາ,ສາທາລະນະສຸກ ການປັບປຸງພື້ນຖານເຕັກນິກ ແລະ ກໍາລັງການທະຫານໃຫ້ມີຄວາມທັນສະໄຫມ ກາຍເປັນສັນຍາລັກ ແຫ່ງມິດຕະພາບອັນດີງານລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດລາວ-ຣັດເຊຍ.ອັນພົ້ນເດັ່ນແມ່ນການສ້າງຊັບພະຍາກອນມະນຸດ ເຊິ່ງໄດ້ສ້າງນັກວິຊາການດ້ານຕ່າງໆ ຈໍານວນຫລາຍໃຫ້ແກ່ ສປປ ລາວ ແລະບັນດາອາດີດນັກສຶກສາ ທີ່ຮຍນຈົບມາຈາກອາດີດ ສະຫະພາບໂຊວຽດ ກໍຄືຣັດເຊຍໃນປະຈຸບັນ ໄດ້ຖືກບັນຈຸຢູ່ໃນກົງຈັກລັດຖະບານ ໃນຂະແໜງການຕ່າງໆ ເຂົາເຈົ້າເຫລົ່ານັ້ນ ໄດ້ກາຍເປັນພະນັກງານຫລັກແຫ່ລງໃນການຄຸ້ມຄອງລັດ, ບັນຊາເຫລົ່າທັບ ແລະມີຈໍານວນບໍ່ໜ້ອຍໄດ້ກາຍເປັນພະນັກງານການນໍາ ຂອງບັນດາອົງການ, ກະຊວງຕ່າງໆໃນ ສປປ ລາວ ລວມທັງການນໍາກະຊວງປ້ອງກັນປະເທດ ນັບແຕ່ອາດີດຈົນເຖິງປະຈຸບັນ.

ໂອກາດນີ້ ທ່ານວາລາດີເມຍ ກາລີນາ ເອກອັກຄະລັດຖະທູດ ຣັດເຊຍປະຈໍາລາວຕາງຫນ້າລັດຖະບານ ກອງທັບ ແລະ ປະຊາຊົນຊາວຣັດເຊຍມີ ຄໍາເຫັນວ່າ: ໄລຍະຜ່ານມາກໍ່ຄືປັດຈຸບັນຣັດເຊຍໃຫ້ການສະຫນັບ ສະຫນູນລາວ ຢ່າງເປີດກວ້າງໂດຍສະເພາະການພັດທະນາເສດຖະກິດສັງຄົມແລະຂົງເຂດອື່ນໆ ສະເພາະ ການຮ່ວມມືໃນຂົງ ເຂດວຽກງານປ້ອງກັນຊາດຣັດເຊຍໄດ້ເອົາໃຈໃສ່ໃນກໍ່ສ້າງພະນັກງານໃນຂົງເຂດ ການທະຫານດ້ວຍ ການຍົກລະດັບຄວາມຮູ້ຄວາມສາມາດ,ຖ່າຍທອດເຕັກນິກດ້ານວຽກງານກະສິກໍາ, ການແພດ,ການສຶກສາ,ສາທາລະນະສຸກ,ຄຽງຄູ່ກັບການຟື້ນຟູພື້ນຖານໂຄງ ລ່າງທີ່ຖືກທໍາລາຍ ໃນສະໄມສົງຄາມຫລາຍຢ່າງ ເປັນຕົ້ນ: ການສ້ອງແປງຖະຫນົນຫົນທາງ, ກໍ່ສ້າງຂົວ,ແລະດໍາເນີນການ ສໍາຫລວດ ທາງດ້ານທໍລະນີສາດ,ການເກັບກູ້ລະເບີດບໍ່ທັນແຕກແລະອື່ນໆ.

ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຣັດເຊຍຄົບຮອບ60ປີ ຈັດຂຶ້ນໃນຕອນເຊົ້າມື້ນີ້ (8/10) ຢູ່ສະໂມສອນໃຫຍ່ກົມໃຫຍ່ການເມືອງກອງທັບ ກະຊວງປະກັນປະເທດ ພາຍໃຕ້ ການເປັນປະທານຮ່ວມຂອງພົນເອກຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານວາລາດີເມຍ ກາລີນາ ເອກອັກຄະລັດຖະທູດ ຣັດເຊຍ ປະຈໍາລາວ ມີການນໍາຂັ້ນສູງພັກ-ລັດຈາກກະຊວງຕ່າງໆ ອ້ອມຂ້າງສູນກາງ, ນາຍແລະພົນທະທານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ ພາຍໃນງານຄັ້ງນີ້,ນອກຈາກຜູ້ເຂົ້າຮ່ວມຮັບຟັງການກ່າວປາໄສກ່ຽວກັບຄວາມຫມາຍຄວາມສໍາຄັນຂອງ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ເຊຍ ຈາກລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເອກອັກຄະລັດຖະທູດຣັດເຊຍປະຈໍາລາວແລ້ວ ຍັງຮັບຊົມການສະແດງສິນປະວັນນະຄະດີທີ່ ສະແດງ ໃຫ້ເຫັນເຖິງມູນເຊື້ອ,ຄວາມສາມັກຄີລະຫວ່າງລາວ-ຣັດເຊຍ ຈາກກອງສິນລະປະກອນ ກອງ ທັບ ກະຊວງປ້ອງກັນປະເທດຕື່ມອີກ.

ໂດຍ: ເດດອາລຸນ ແກ້ວວິໄລ

Leave a Reply

Your email address will not be published. Required fields are marked *