ໃນຕອນແລງ ວັນພຸດ ທີ່ 15/7/2020 ຕາມເວລາ ອາເມລິກາ (ປະມານຕອນເຊົ້າປະເທດລາວ 16/7/2020) ບັນຊີ Twitter ຂອງຄົນດັງການຄົນ ຖືກມືດີ ແຮັກ ແລະ ໂພດຂໍ້ຄວາມ ຕົວະເອົາເງິນ ບິດຄ້ອຍຈໍານວນຫຼາຍ.

ຕາມການລາຍງານຂອງ Dailymail ໃຫ້ຮູ້ ວ່າ ບັນຊີ່ ທະວິດເຕີຄົນດັງຫຼາຍຄົນ ເຊັ່ນ Joe Biden, Elon Musk, Jeff Bezos, Bill Gates, Kanye West, Kim Kardashian West, Barack Obama ແລະ ຜູ່ອື່ນໆ.

ເຊິ່ງຄົນແຮັກ ແມ່ນໄດ້ມີການໂພດ ຂໍ້ຄວາມອັນດຽວກັນໂດຍ ຊັກຈູງວ່າ ມີການລະດົມທຶນຊ່ວຍ ເລື່ອງໂຄວິດ-19, ຫາກໃຜຕ້ອງການຊ່ວຍ ໃຫ້ໂອນເງິນບິດຄ້ອຍ (Bitcoin) ໄປບັນຊີ ແລະ ຈະມີການສົ່ງຄືນເປັນສອງເທົ່າ.

ຍັງບໍ່ທັນຮູ້ວ່າເຫດການນີ້ແມ່ນໃຜເປັນຄົນແຮັກ. ນີ້ຖືວ່າເປັນກາຈູ່ໂຈມທີ່ ທ້າທາຍທີ່ສຸດ.

.

ພາຍຫຼັງເກີດເຫດ, ທາງ ທະວິດເຕີ ໄດ້ເຮັດການກວດສອບທັນທີ່ ໂດຍການຢຸດຕິການໃຊ້ງານທຸກລະບົບ.

ກົດອ່ານເພີ່ມ

Leave a Reply

Your email address will not be published. Required fields are marked *