ພິທີ ມອບ-ຮັບ ເງີນອູດໜູນເສຍຊີວິດໃຫ້ແກ່ພະນັກງານລັດຖະກອນຄູ ເມືອງປາກທາ ໄດ້ມີຂື້ນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮວມຂອງທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງປາກທາ ມີພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງ-ຄົມເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຄອບຄົວຜູ້ເສຍຊີວິດເຂົ້າຮວມ.

ພິທິ ໄດ້ຜ່ານຂໍ້ຕົົກລົງ ຂອງທ່ານ ເຈົ້າເມືອງປາກທາ ວ່າດ້ວຍການອານຸມັດເງີນອູດໜູນນະໂຍບາຍເສຍຊີວິດ ໃຫ້ແກ່ ທ້າວ ບຸນຊວງ ໄຊຍະແພງ ອາຍຸ 38 ປີ ບ້ານຢູ່ປັດຈຸບັນ ຢູ່ບ້ານ ມົກໂຊະ ເມືອງຜາອຸດົມ ແຂວງບໍ່ແກ້ວ ເຊິງຜູ້ກ່ຽວແມ່ນພະນັກງານລັດຖະກອນຄູ ຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງປາກທາ, ວັນເດືອນປີເຂົ້າສັງກັດລັດ ວັນທີ 1 ຕຸລາ 2004 ແລະ ໄດ້ເສຍຊີວິດລົງໃນວັນທີ 12 ເມສາ 2020 ລວມອາຍຸການໄດ້ 14 ປີ ໃນນັ້ນເງີນທີມາມອບໃນຄັ້ງນີ້ ລວມທັງໝົດ 54 ລ້ານກ່ວາກີບ ເປັນກຽດມອບໂດຍ ທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງປາກທາ ຮັບໂດຍແມ່ນຕ່າງໜ້າຄອບຄົວຜູ້ເສຍຊີວິດຊ່ອງໜ້າກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມດຽວກັນນີ້ ທ່ານ ຄຳຈັນ ອິນທະຈັກ ຍັງໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄອບຄົວ ຈົ່ງນຳເອົາເງີນດັ່ງກ່າວນັ້ນໄປທຳບຸນກິນທານຕາມສາສະໜາທີ່ເຄີຍປະຕິບັດກັນມາ ນຳໃຊ້ໃຫ້ຖືກຕ້ອງສອດຄ່ອງ ແລະ ນໍາໃຊ້ເຂົ້າໃນການພັດທະນາຄອບຄົວໃຫ້ມີຢູ່ມີກິນ, ມີທ່າແຮງຂະຫຍາຍຕົວດີຂື້ນກ່ວາເກົ່າ ທັງນີ້ ກໍ່ເພື່ອປະຕິບັດຕາມລະບຽບລັດຖະກອນ ແລະ ນະໂຍບາຍຂອງພັກລັດທີມີຕໍ່ພະນັກງານຜູ້ທີມີຄຸນງາມຄວາມດີຮັບໃຊ້ຊາດ ໂດຍສະເພາະກໍ່ແມ່ນວຽກງານການສຶກສາໃນໄລຍະຜ່ານມາ.

ພາບ-ຂ່າວ: ພອນສະຫວັນ ມະນີສີ.

Leave a Reply

Your email address will not be published. Required fields are marked *