ນະຄອນຫຼວງວຽງຈັນ: 1623 ລາຍງານໃຫ້ຮູ້ວ່າ ວັນທີ 15/07/2020 ເວລາ 16:55 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ລົດໃຫຍ່ເຂດບ້ານໂນນສະຫງ່າ ເມືອງໄຊເຊດຖາ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງໄຫມ້ລົດຢ່າງຮຸນແຮງ. ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຊ້ເວລາປະມານ 10 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍ ແລະ ສາເຫດອັກຄີໄພໃນຄັ້ງນີ້ຕາມການສອບຖາມເຈົ້າຂອງລົດແມ່ນໄດ້ຍິນສຽງແຕກທີ່ຫ້ອງເຄື່ອງລົດແລ້ວກໍເກີດປະກາຍໄຟຂຶ້ນເຮັດໃຫ້ໄຟໄຫມ້ລົດເສຍຫາຍຫມົດຄັນ.

ລົດທີ່ໄໝ້ເສຍຫາຍແມ່ນ ລົດເກງ ຍີ່ຫໍ້ ຮຸນໄດ ແອັກເຊັນບຣູ

ບາດເຈັບສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ24ຊົ່ວໂມງ
.

.
