ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາອົງການ ຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາ ແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ ລາວ.

ລັດເລັ່ງແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນບໍ່ດົນມານີ້​ວ່າ: ໃນສະພາບການປະຈຸບັນ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫລວງຫລາຍຕໍ່ ສປປ ລາວ ແລະ ທົ່ວໂລກ ເຮັດໃຫ້ການເຄື່ອນໄຫວວຽກງານໃນຫລາຍຂົງເຂດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງໄດ້ຮັບຜົນກະທົບ ໂດຍກົງເປັນຕົ້ນແມ່ນ ແມ່ຍິງຜູ້ທີ່ບໍ່ໄດ້ຮັບການສຶກສາ, ຜູ້ທີ່ມີລາຍຮັບຕໍ່າ, ຊົນເຜົ່າ, ຜູ້ອົບພະຍົບ, ຄົນພິການຜູ້ທີ່ອາໄສ ຢູ່ເຂດຫ່າງໄກສອກຫລີກ ແລະ ອື່ນໆ.

Image may contain: 2 people

ທ່ານ ກິແກ້ວ ໄດ້ກ່າວຕື່ມວ່າ: ນອກຈາກນີ້, ການວາງແຜນຄອບຄົວ ກໍ່ຍັງບໍ່ສາມາດຕອບສະໜອງ ໄດ້ຢ່າງເຕັມສ່ວນ ເນື່ອງຈາກມີການຫ້າມການເດີນທາງ ເຮັດໃຫ້ຂາດຢາຄຸມກໍາເນີດຢູ່ຫລາຍບ່ອນ ເຊິ່ງເປັນສາເຫດເຮັດໃຫ້ເກີດຄວາມສ່ຽງ ໃນການຖືພາແບບບໍ່ຕັ້ງໃຈໃນໄລຍະລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະຕໍ່ກັບແຮງງານເຄື່ອນຍ້າຍ.

ຂ່າວ: ວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *