ເຮືອບິນຕົກໃນໂຊມາລີ ວັນທີ 14/07/2020 ເຮືອບິນ de Havilland Canada Dash 8-400 PF ຂອງ ສາຍການບິນເຄນຢາ Bluebird Aviation ,ທີ່ໃຫ້ບໍລິການຂົນສົ່ງສິນຄ້າໃຫ້ ກັບອົງການສະຫະປະຊາຊາດ ທີ່ແຈກຢາຍເຄື່ອງມືມະນຸດສະທໍາ, ໄດ້ເກີດອຸບັດຕິເຫດຕົກ ແລະ ເກີດປະກາຍໄຟລຸກໄໝ້ ຢູ່ສະໜາມບິນ Beledweyne Airfield, ປະເທດໂຊມາລີ.

ສະຖານີວິທະຍຸທ້ອງຖິ່ນແຫ່ງໜຶ່ງ ໃນໂຊມາລີ ລາຍງານວ່າເຮືອບິນ ລຳນີ້ແມ່ນຢູ່ໃນຖ້ຽວບິນຂົນສົ່ງສິນຄ້າ.

ຍັງບໍ່ທັນເປັນທີ່ຈະແຈ້ງເຖິງສາເຫດຂອງອຸບັດຕິເຫດເທື່ອນີ້ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ທ້ອງຖິ່ນ ຈະລິເລີ່ມການສືບສວນ.

ລາຍງານເພີ່ມ ມີພຽງຈຸບິນ 3 ຄົນໃນເຮືອບິນ ສາມາດລອດຊີວິດຈາກອຸບັດຕິເຫດດັ່ງກ່າວນີ້
ອ້າງອີງຈາກ: https://www.the-star.co.ke/…/2020-07-14-three-crew-members…/