ໃນຕະຫຼອດໄລຍະທີ່ຜ່ານມາ ພະແນກສະຫະພັນແມ່ຍິງ ກອງພົນທະຫານຮາບທີ 4 ແມ່ນຫົວໜ່ວຍອົງການຈັດຕັ້ງໜຶ່ງທີ່ຖືເອົາວຽກງານສຶກສາອົບຮົມການເມືອງ – ແນວຄິດ ເປັນກົກ, ເຂົ້າໃນການສຶກສາອົບຮົມບັນດາຄະນະໜ່ວຍສະຫະພັນແມ່ຍິງ, ເອື້ຶອຍນ້ອງສະຫະພັນແມ່ຍິງ, ເພື່ອເຮັດໃຫ້ແຕ່ລະສະຫາຍມີຄວາມໜັກແໜ່ນເຂັ້ມແຂງ, ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ.


ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າພະແນກສະຫະພັນແມ່ຍິງກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ: ພະແນກສະຫະພັນແມ່ຍິງພວກເຮົາໄດ້ຖືເອົາການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງເປັນຕົ້ນແມ່ນໄດ້ເຂົ້າຮ່ວມກອງປະຊຸມເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ – ລັດ ກໍ່ຄືຂໍ້ກໍານົດກົດລະບຽບຂອງກອງທັບ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທິ VII ຂອງສູນກາງສະຫະພັນແມ່ຍິງລາວ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ພັດທະນາ, ສ້າງແຜນການລົງຊຸກຍູ້ຢູ່ບັນດາກົມກອງ ແລະ ໃກ້ຊິດຕິດແທດກັບເອື້ອຍນ້ອງຮາກຖານກົມກອງເຮັດຂະບວນການດັ່ງກ່າວເປັນຮູບປະທຳຈຶ່ງໄດ້ເຮັດໃຫ້ເອື້ອຍນ້ອງສະຫະພັນແມ່ຍິງແຕ່ລະໜ່ວຍ ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການຕໍ່ວຽກງານວິຊາສະເພາະຂອງຕົນຮັບຜິດຊອບ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ປັບປຸງການຈັດຕັ້ງຂັ້ນໜ່ວຍໃນແຕ່ລະໜ່ວຍ, ເມື່ອຄົບກຳນົດກໍ່ໄດ້ດຳເນີນກອງປະຊຸມໃຫຍ່ໃນແຕ່ລະໜ່ວຍ, ເພື່ອເຮັດໃຫ້ການຊີ້ນຳ – ນໍາພາສະມາຊິກສະຫະພັນແໜ້ນໜາມີຄຸນນະພາບ ແລະ ບັນດາໜ້າວຽກຕ່າງໆ ທີ່ສຳຄັນ, ປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນພັດທະນາແມ່ຍິງ 8 ແຜນງານ 29 ໂຄງການຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກຕາມເນື້ອໃນຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ, ໃນໄລຍະຜ່ານມາເອື້ອຍນ້ອງສະຫະພັນແມ່ຍິງໄດ້ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານຕາມເຫງື່ອນໄຂ ແລະ ຄວາມສາມາດຕົວຈິງ ໂດຍສະເພາະແມ່ນການປະຕິບັດຕາມໂຄງການພັດທະນາຕົນເອງຢ່າງຮອບດ້ານ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ຂອງແມ່ຍິງລາວ ແລະ ສົ່ງສີມເອື້ອຍນ້ອງແມ່ຍິງຈັດຕັ້ງສ້າງຂະບວນການເພີ່ມພູນຜະລິດຜົນ, ປູກຜັງ – ລ້ຽງສັດ, ຕ່ຳຫູກ ທໍໄໝ, ຫຍິບປັກທັກແສ່ວເພື່ອສ້າງເສດຖະກິດ ແລະ ອື່ນໆ… ສະເລ່ຍລາຍຮັບບໍ່ຕ່ຳກວ່າ 1,500,000 – 2,000,000 ກີບ ຕໍ່ຄົນຕໍ່ປີ, ສ້າງຄອບຄົວຕົວແບບໄດ້ 10 ຄອບຄົວ, ກົມກອງ 3 ດີ 12 ກົມກອງ, ໜ່ວຍ 3 ດີ ມີ 14 ໜ່ວຍ, ບຸກຄົນ 3 ດີ ປະເພດໜຶ່ງມີ 326 ຄົນ, ບຸກຄົນ 3 ດີ ປະເພດ II ມີ 120 ຄົນ, ເພື່ອຕອບສະໜອງກັບຜົນງານ ແລະ ໄຊຊະນະຂອງສະຫະພັນແມ່ຍິງຍາດມາໄດ້ໄນໄລຍະຜ່ານມາຍ້ອງຍໍເລື່ອນຊັ້ນ, ທຽບຊັ້ນ, ສ້າງມະຫາຊົນເຂົ້າພັກຕາມ 5 ມາດຖານ ໃນນັ້ນໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີ 10 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 20 ສະຫາຍ, ຫຼຽນກາແຮງງານມີ 50 ສະຫາຍ ແລະ ໃບຍ້ອງຍໍປະເພດຕ່າງໆ 60 ສະຫາຍ ຢ່າງສົມກຽດ.


ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທະຫານຮາບທີ 4 ໃຫ້ຮູ້ຕື່ມອີກວ່າ: ຈາກການເຄື່ອນໃຫວ ແລະ ຜົນງານທີ່ກ່າວມາຂ້າງເທິງນີ້, ຍັງມີຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງພ້ອມກັນເປັນເຈົ້າການປັບປຸງແກ້ໄຂ ໂດຍສະເພາະແມ່ນຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນພາຍໃນຄະນະໜ່ວຍສະຫະພັນແມ່ຍິງໃນແຕ່ລະໜ່ວຍ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເພີ່ມຄວາມສາມັກຄີພາຍໃນ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນເສີມຂະຫຍາຍມູນເຊື້ອຂອງຊາດ, ມູນເຊື້ອຂອງ ສະຫະພັນແມ່ຍິງລາວ, ມູນເຊື້ອຂອງກອງທັບກໍ່ຄືມູນເຊື້ອຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກໃຫ້ປະກົດຜົນເປັນຈິງໃນສຸມປີຕໍ່ໜ້າ.


ຂ່າວໂດຍ: ໂພຄຳ ພອນປະເສີດ (ນັກຂ່າວກອງພົນທີ 4)
ພາບໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)