ຜ່ານການ ສືບສວນ – ສອບສວນ ເກັບກໍາຂໍ້ມູນ ຂອງເຈົ້າຫນ້າທີ່ວິຊາສະເພາະ. ທ່ານ ພັທ ສູນທອນ ໄຊຍະເດດ ຮອງຫົວຫນ້າຫ້ອງການກອງບັນຊາການ ປກສ ເມືອງວັງວຽງ ໄດ້ຊີ້ແຈ້ງກ່ຽວກັບ ການຫຼົງໂຕງົວ ໃນຄັ້ງນີ້ວ່າ: ໃນວັນທີ 06 ກໍລະກົດ 2020 ເວລາປະມານ 19 ໂມງ ກອງບັນຊາການ ປກສ ເມືອງ ວັງວຽງ ໄດ້ຮັບແຈ້ງ ຈາກການຈັດຕັ້ງບ້ານ ປາກເປາະ ວ່າ: ໄດ້ກັກຕົວຜູ້ຊາຍບໍ່ຊາບຊື່ ຈໍານວນ 03 ຄົນ ແລະ ລົດກະບະຮຸນໃດສອງຄັນ ພ້ອມກັບໂຕ ງົວຢູ່ໃນລົດ ຈໍານວນ 13 ໂຕ ທີ່ພວກກ່ຽວກໍາລັງຈັບເອົາໂຕງົວຂອງປະຊາຊົນ ຈໍານວນ 02 ໂຕ ຂຶ້ນໃສ່ລົດ ຢູ່ຕໍ່ຫນ້າເຮືອນ ປະຊາຊົນ ບ້ານ ປາກເປາະ ແຄມທາງເລກທີ 13 ເຫນືອ,


ເຈົ້າຫນ້າທີ່ພວກເຮົາຈຶ່ງໄດ້ລົງໄປສົມທົບ ແລ້ວນໍາຕົວພວກກ່ຽວເຂົ້າ ມາຫ້ອງການ ປກສ ເມືອງ ວັງວຽງ ເພື່ອທໍາການ ສືບສວນ – ສອບສວນ ຈຶ່ງຮູ້ວ່າ: ຜູ້ກ່ຽວທັງ 03 ຄົນຊື່ 1. ທ້າວ ພູວົງ ສະວົງສາ, ອາຍຸ 36 ປີ, ອາຊີບ ຄ້າຂາຍ, ສັນຊາດ ລາວ, ຊົນເຜົ່າ ລາວລຸ່ມ, ຢູ່ບ້ານ ນໍ້າຫງໍາ, ເມືອງ ແປກ, ແຂວງ ຊຽງຂວາງ. 2. ທ້າວ ສີພັນດອນ ວອນທະວົງ, ອາຍຸ 43 ປີ, ອາຊີບ ຄ້າຂາຍ, ສັນຊາດ ລາວ, ຊົນເຜົ່າ ລາວລຸ່ມ, ຢູ່ບ້ານ ດ໋ອງ, ເມືອງ ແປກ, ແຂວງ ຊຽງຂວາງ. 3. ທ້າວ ສົມຊາຍ ຈໍສະເຫຼີມພົນ, ອາຍຸ 39 ປີ, ອາຊີບ ຄ້າຂາຍ, ສັນຊາດ ລາວ, ຊົນເຜົ່າ ລາວລຸ່ມ, ຢູ່ບ້ານ ນາດີສີດາ ເມືອງ ຄູນ, ແຂວງ ຊຽງຂວາງ.


ໃນເບື້ອງຕົ້ນ ວັນທີ 05 ກໍລະກົດ 2020 ທ້າວ ພູວົງ ແລະ ທ້າວ ສີພັນດອນ ໄດ້ພ້ອມກັນຂັບຂີ່ລົດກະບະຮຸນໃດ, ສີ ຂາວ, ທະບຽນ: ກທ 2935 ກໍາແພງນະຄອນ ອອກຈາກຊຽງຂວາງ ໄປຊື້ໂຕງົວນໍາ ທ້າວ ຄໍາອອນ. ອາຍ 48 ປີ ອາຊີບ ທະຫານ, ຢູ່ບ້ານ ຫນອງປຸ່ງ ເມືອງໂພນໂຮງ ແຂວງ ວຽງຈັນ, ຈໍານວນ 15 ໂຕ ມີງົວຜູ້ 14 ໂຕ ແລະ ງົວແມ່ 01 ໂຕ ລາຄາ=48.400.000 ກີບ (ສີສິບແປດລ້ານສີແສນກີບ). ແລະ ໄດ້ເຮັດຫນັງສືຊື້ຂາຍ ສະບັບເລກທີ 521 /ໜປ. ລົງວັນ ທີ 05 ກໍລະກົດ 2020. ພາຍຫຼັງ ຊື້ – ຂາຍກັນແລ້ວ ກໍ່ເອົາງົວດັ່ງກ່າວຂຶ້ນໃສ່ລົດຮຸນໃດ ແລ້ວອອກເດີນທາງໄປຊຽງຂວາງ ເມື່ອມາຮອດ ເມືອງ ວັງວຽງ ເຫັນວ່າ ງົວແອອັດ ຢ້ານງົວຕາຍ ຈຶ່ງໄດ້ເອົາງົວລົງມັດໄວ້ຢູ່ບ່ອນດິນຫວ່າງ ແຄມທາງໄປ ເທັກ ຮາດບິດ ແລ້ວທ້າວ ພູວົງ ໄດ້ໂທລະສັບບອກໃຫ້ຄົນຮັກແພງຊື່ ທ້າວ ສົມຊາຍ, ບ້ານ ນາດີສີດາ, ເອົາລົດມາຊ່ວຍທ່ຽນເອົາງົວ.

ຮອດເວລາປະມານ 05 ໂມງ ຂອງວັນທີ 06 ກໍລະກົດ 2020 ພວກກ່ຽວ ຕື່ນນອນ ເຫັນແຕ່ງົວ 13 ໂຕ ອີກ 02 ໂຕບໍ່ເຫັນ, ເຊືອກຂາດ. ພວກກ່ຽວຈຶ່ງໄດ້ຊອກຫາ ແລະ ແຈ້ງພີ່ນ້ອງຢູ່ ເມືອງວັງວຽງ ຊອກຊ່ວຍ. ຮອດເວລາປະມານ 13 ໂມງ ທ້າວ ສົມຊາຍ ໄດ້ຂັບຂີ່ລົດກະບະຮຸນໃດ, ສີຟ້າ, ທະບຽນ ກກ 8365 ຊຽງຂວາງ ມາຮອດ ເມືອງ ວັງວຽງ ແລ້ວທັງ ສາມຄົນ ໄດ້ພາກັນເລາະຊອກງົວແຕ່ບໍ່ເຫັນ. ຮອດເວລາປະມານ 17 ໂມງ ຈຶ່ງເອົາງົວຂຶ້ນໃສ່ລົດຮຸນໃດທັງສອງຄັນ ເພື່ອກຽມກັບບ້ານ. ເວລານັ້ນ ໄດ້ມີພີ່ນ້ອງຢູ່ ເມືອງ ວັງວຽງ ໄປພົບເຫັນ ງົວຜູ້ ຈໍານວນ 02 ໂຕ ສີດໍາ ແລະ ສີແດງ ລັກສະນະຄ້າຍຄືງົວ ທ້າວ ພູວົງ ແລະ ທ້າວ ສີພັນດອນ ທີ່ເສຍ ຢືນຢູ່ບ່ອນດິນຫວ່າງ ຂອບເຂດ ບ້ານ ພູດິນແດງ. ຈິ່ງໂທ ບອກວ່າ: ດຽວນີ້ຂ້ອຍເຫັນງົວຄ້າຍຄືງົວພວກເຈົ້າ ໃຫ້ມາເບິ່ງເດີ່. ຈາກນັ້ນ ທ້າວ ພູວົງ ແລະ ທ້າວ ສີພັນດອນ ກໍ່ໄປເບິ່ງ ເຫັນງົວທັງສອງໂຕມີເຊືອກມັດຄໍ ຄິດວ່າແມ່ນງົວຂອງພວກ່ຽວ ຈຶ່ງພ້ອມກັນຈັບເອົາງົວຜູ້ ສິແດງ ຂຶ້ນໃສ່ລົດ, ສ່ວນງົວຜູ້ ສີດໍາ ແລ່ນຫນີໄປຕາມທາງ ມຸ່ງຫນ້າໄປທາງ ບ້ານ ປາກເປາະ.

ຈາກນັ້ນ ກໍ່ນໍາໄປ ຈັບເອົາງົວໂຕດັ່ງກ່າວ ຂຶ້ນໃສ່ລົດ ແຕ່ບໍ່ ທັນສໍາເລັດ, ພໍດີເຈົ້າຂອງງົວ ມາພົບເຫັນ ຈຶ່ງໄດ້ແຈ້ງການຈັດຕັ້ງບ້ານກັກຕົວພວກກ່ຽວ.

ຮອດວັນທີ 07 ກໍລະກົດ 2020 ທ້າວ ຄໍາອອນ, ອາຍຸ 48 ປີ, ອາຊີບ ທະຫານ, ສັນຊາດ ລາວ, ຢູ່ບ້ານ ຫນອງປຸ່ງ. ເມືອງ ໂພນໂຮງ, ແຂວງ ວຽງຈັນ ໄດ້ເຂົ້າມາຢັ້ງຢືນຕໍ່ເຈົ້າຫນ້າທີ່ວ່າ: ໃນຄັ້ງວັນທີ 06 ກໍລະກົດ 2020 ທ້າວ ພູວົງ ແລະ ທ້າວ ສີພັນດອນ ໄດ້ໄປຊື້ງົວ ຈໍານວນ 15 ໂຕ ນໍາຜູ້ກ່ຽວແທ້ ແລະ ງົວຈໍານວນ 13 ໂຕ ທີ່ເຈົ້າຫນ້າທີ່ຮັກສາໄວ້ຢູ່ ກອງບັນຊາການ ປກສ ເມືອງ ວັງວຽງ ແມ່ນງົວທີ່ຜູ້ກ່ຽວຂາຍໃຫ້ແທ້.

ສ່ວນງົວຈໍານວນ 02 ໂຕ ທີ່ ທ້າວ ພູວົງ ແລະ ທ້າວ ສີ ພັນດອນ ຈັບເອົາຢູ່ ບ້ານ ປາກເປາະ ບໍ່ແມ່ນງົວຂອງຜູ້ກ່ຽວ ຂາຍໃຫ້. ໂຕງົວຈໍານວນ 02 ໂຕ ທີ່ທ້າວ ພູວົງ ແລະ ທ້າວ ສີພັນດອນ ຈັບເອົາຢູ່ ບ້ານ ປາກເປາະ ແມ່ນງົວຂອງ ທ້າວ ພານາວັນ ແລະ ທ້າວ ອໍາ ຕາມການຢັ້ງຢືນຂອງ ນາຍບ້ານໆ ປາກເປາະ ສະບັບ ລົງວັນທີ 07 ກໍລະກົດ 2020. ເຈົ້າຫນ້າທີ່ພວກ ເຮົາ ຈຶ່ງໄດ້ມອບຄືນໃຫ້ແກ່ເຈົ້າຂອງເດີມ.

ຕໍ່ກັບເຫດການດັ່ງກ່າວ ເຫັນວ່າ: ທ້າວ ພູວົງ ແລະ ທ້າວ ສີພັນດອນ ແມ່ນໄດ້ຫຼົງຈັບເອົາໂຕງົວ ຂອງປະຊາຊົນ ບ້ານ ປາກເປາະ ຈໍານວນ 02 ໂຕ ຢ່າງແທ້ຈິງ. ເຫັນວ່າ: ທ້າວ ສົມຊາຍ ແມ່ນບໍ່ມີສ່ວນກ່ຽວຂ້ອງກັບການ ຊື້ – ຂາຍໂຕງົວຂອງ ທ້າວ ພູວົງ ແລະ ທ້າວ ສີພັນດອນ, ຜູ້ກ່ຽວເປັນພຽງຜູ້ມາຊ່ວຍແກ່ງົວ.


ພາບ-ຂ່າວ:ນັກຂ່າວເມືອງວັງວຽງ.

Leave a Reply

Your email address will not be published. Required fields are marked *