ໃນວັນທີ 14/07/2020 ເວລາ 16:11 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດຄົນນອນຟູນຳ້ ຢູ່ບ້ານ ຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ຊົມຄລິບ
.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບເຫັນຊາຍນອນນິ້ງຢູ່ຮ່ອງລະບາຍນ້ຳ ທາງໜ່ວຍກູ້ໄພນະຄອນຫຼວງຈີ່ງໄດ້ລົງໄປກວດສອບ ປາກົດວ່າຊາຍຄົນນັ້ນຍັງມີຊີວິດຢູ່ ໂດຍບໍ່ມີການເສຍຊີວິດແຕ່ຢ່າງໃດ.

ຈາກການສອບຖາມຊາຍຄົນນັ້ນໄດ້ໃຫ້ເຫດຜົນວ່າ: ຕ້ອງການນອນພັກຜ່ອນເນື່ອງຈາກອິດເມື່ອຍ ແລະ ອາກາດຮ້ອນ ລາວຈື່ງໄດ້ນອນແຊ່ນຳ້ຢູ່ທີ່ນັ້ນເປັນເວລາເກືອບສາມຊົ່ວໂມງ.

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ນຳຕົວຊາຍຄົນດັ່ງກ່າວຂຶ້ນມາ ແລະ ລ້າງໂຕໃຫ້ສະອາດກ່ອນທີ່ຜູ້ກ່ຽວຈະກັບບ້ານເອງຢ່າງປອດໄພ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ