ໃນລະຫວ່າງວັນທີ 10 ກໍລະກົດ 2020 ບັນດາຄະນະການນໍາຂອງເມືອງພີນໄດ້ສ້າງຂະບວນການນໍາພາປະຊາຊົນກຸ່ມບ້ານພັດທະນາທີ 8 ສ້ອມແປງຂົວທີ່ເປ່ເພຈາກອາຍຸການໃຊ້ງານໃນໄລຍະຜ່ານມາ ໂດຍພາຍໃຕ້ການນໍາພາຂອງ ທ່ານ ສາລີ ວິນລາວັນ ເລຂາພັກເມືອງ ເຈົ້າເມືອງໆພີນ ພ້ອມຄະນະ, ມີບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາສະເພາະກ່ຽວຂ້ອງ ແລະ ປະຊາຊົນກຸ່ມບ້ານພັດທະນາທີ8 ມີຈໍານວນຄົນທັງໝົດ 97 ຄົນ ຍິງ 20 ຄົນຮ່ວມຂະບວນການຢ່າງເຂັ້ມແຂງ.


ໃນການສືບຕໍ່ສ້ອມແປງຂົວແຫ່ງທີ 3 ຄັ້ງນີ້ ແມ່ນຕັ້ງຢູ່ເຂດບ້ານນາໂພຄໍາ (ຂົວຫ້ວຍເລະ) ເຂດ8 ເຊີ່ງຫ່າງຈາກເທດສະບານເມືອງພີນປະມານ 21 ກິໂລແມັດ, ມີຄວາມຍາວ 15 ແມັດ, ກວ້າງ 4 ແມັດ, ພື້ນຖານໂຄ່ງຮ່າງຂົວແມ່ນເຫຼັກໜາ ແລະດ້ານເທິງແມ່ນປູດ້ວຍໄມ້. ເຊີ່ງໄດ້ຮັບການສ້ອມແປງຄືນໃໝ່ປະກອບມີ : ໄດ້ມີການຍົກຫົວຂົວຂື້ນໃໝ່, ຮື້ຖອນໄມ້ປູເກົ່າທີ່ໃຊ້ງານບໍ່ໄດ້ອອກ ແລະໄດ້ມີການປັບປຸງຖົມຫົວຂົວ ສ່ວນມູນຄ່າການສ້ອມແປງຂົວຂ້າມຫ້ວຍຄັ້ງນີ້ລວມເປັນເງີນປະມານເກືອບ 50 ລ້ານກີບ ແມ່ນໄດ້ຮັບທຶນສົມທົບປະກອບສ່ວນຈາກຊຸມຊົນເຂດກຸ່ມບ້ານດັ່ງກ່າວ.


