ພິທີປ່ອຍປາໄດ້ຈັດຂື້ນໃນວັນທີ 13 ກໍລະກົດ 2020 ຢູ່ທີ່ທ່ານໍ້າຂອງບ້ານຊຽງທອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ,ພະແນກການອ້ອມຂ້າງແຂວງ,ເຈົ້າເມືອງ ແລະ ເຈົ້ານະຄອນຫຼວງພະບາງ ຕະຫຼອດຮອດພະນັກງານວິຊາການ,ນັກທຸລະກິດເຂົ້າຮ່ວມ.

ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ ກ່າວວ່າ: ເນື່ອງໃນວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວ ແລະ ເປັນວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ນະຄອນຫຼວງພະບາງ ຈິ່ງໄດ້ຈັດໃຫ້ມີພິທີປ່ອຍປາຂື້ນຢ່າງເປັນທາງການເຊິ່ງໃນປີນີມີປາທີ່ນໍາມາປ່ອຍທັງໝົດ 30.000ກວ່າໂຕ, ໃນນັ້ນການປະກອບສ່ວນຈາກບໍລິສັດ ແສງເພັດກໍ່ສ້າງຂົວທາງ-ລີສອດປາກຄານ ມອບເງິນ ແລະ ປາ ມູນຄ່າ 20.000.000ກີບ,ໂຄງການເລນ 2 ຊື້ລູກປາ 10 ພັນໂຕ ແລະ ການປະກອບສ່ວນຂອງບັນດາພະແນກການ ປະຊາຊົນຈໍານວນໜຶ່ງຕື່ມອີກ.

ນອກນີ້ບໍລິສັດ ເພັດຈໍາພອນ ຍັງໄດ້ສະໜອງເຮືອໃຫຍ່ ເພື່ອນໍາໃຊ້ເຂົ້າໃນພິທີທາງສາສະໜາ ໂດຍໄດ້ຈັດໃຫ້ມີເພື່ອສູດເຂດອານຸລັກຊີວະນໍາໆພັນຢູ່ເຂດລ້ອງນໍ້າຂອງ.ແຕ່ປາກນໍ້າຄານຫາຜາຕັດແກ້ ບ້ານຊຽງແກ້ວ.
ສໍາລັບນະຄອນຫຼວງພະບາງ ໃນປີ 2017 ໄດ້ກໍານົດເຂດອານຸລັກຊີວະນາໆພັນ ຢູ່ລ້ອງນໍ້າຄານ ມີຄວາມຍາວ 8.216 ແມັດ,ແຕ່ແກ້ງຍອງ ບ້ານດອນແກ້ວຫາປາກແມ່ນໍ້າຄານ ກວມພື້ນທີ່ 13 ບ້ານສອງຟາກຝັ່ງ ນໍ້າຄານ ເຫັນວ່າໄດ້ຮັບຜົນດີຂື້ນ ແລະ ປີ2020 ອົງການປົກຄອງແຂວງຈິ່ງໄດ້ຈັດໃຫ້ມີການສ້າງເຂດອານຸລັກດັ່ງກ່າວນີ້ຂື້ນຕື່ມຢູ່ລ້ອງນໍ້າຂອງ ມີຄວາມຍາວ 7.720 ແມັດ ກວມເອົາ 15 ບ້ານລຽບຕາມຝັ່ງນໍ້າຂອງ ເລີ່ມແຕ່ແກ້ງກຸ້ງ ບ້ານຊຽງເຫຼັກ-ບ້ານໂພນສະອາດ ຫາປາກຄານ ບ້ານຊຽງທອງ-ຄີລີ ແລະ ແຕ່ປາກຄານ ລົງໄປຫາຜາຕັ້ງນາຍ ຫຼື ຜາຕັດແກ້ບ້ານຊຽງແກ້ວ-ບ້ານໂພນໄຊ.

ພິທີອັນມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ກ່າວປາໄສ ຕໍ່ພິທີ ເຊິ່ງມີບາງຕອນທ່ານກ່າວວ່າ: ລັດຖະບານລາວ ໄດ້ກໍານົດເອົາວັນ 13 ກໍລະກົດ ຂອງທຸກປີເປັນວັນອານຸລັກ ສັດນໍ້າ-ສັດປ່າແຫ່ງຊາດ,ຍ້ອນວ່າໃນຊ່ວງນີ້ ເປັນໄລຍະສັດຂະຫຍາຍພັນ,ຖືພາມານ,ວາງໄຂ່ ແລະ ເປັນໄລຍະທີ່ເໝາະສົມໃນການປ່ອຍສັດປະເພດຕ່າງໆ, ເຊິ່ງໄລຍະຜ່ານມາປະຊາຊົນລາວ ໂດຍສະເພາະ ກໍ່ແມ່ນຊາວຫຼວງພະບາງ ເຄີຍມີມູນເຊື້ອ ໃນການປ່ອຍສັດ,ໂຜດສັດ ຢ່າງເປັນຂະບວນຟົດຟື້ນ ໄດ້ກາຍເປັນ ຮີດຄອງປະເພນີອັນດີງາມສືບທອດກັນມາ ເປັນຕົ້ນແມ່ນບຸນປີໃໝ່ລາວ ເພື່ອໃຫ້ສັດໄດ້ແຜ່ຂະຫຍາຍພັນນັບມື້ນັບຫຼາຍຂື້ນ.

້າ-ສັດປ່າ ,ເສີມຂະຫຍາຍການປ່ອຍສັດນໍ້າ-ສັດປ່າ ປະເພດຕ່າງໆໃຫ້ຫຼາຍຂື້ນ ໃນອານາຄົດກໍ່ຈະເຮັດໃຫ້ສັດດັ່ງກ່າວບໍ່ສູນພັນ.ທັງໝົດນັ້ນກໍ່ເພື່ອເຮັດໃຫ້ນະຄອນຫຼວງພະບາງ ເຊິ່ງເປັນເມືອງວັດທະນະທໍາ ແລະ ທໍາມະຊາດ ທີ່ສວຍສົດງົດງາມ ອົງການ ອຸ່ຍແນັດສໂກ ໄດ້ໃຫ້ກຽດມອບໃບຢັ້ງຢືນ ເປັນເມືອງມໍລະດົກໂລກຢ່າງສົມກຽດ.ຍ້ອນພູມສັນຖານມີຄວາມອຸດົມສົມບູນດີ,ເຊິ່ງພົວພັນຢ່າງສະນິດແໜ້ນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ສະພາບແວດລ້ອມມີຄວາມດຸ່ນດ່ຽງ,ສັດປະເພດຕ່າງໆ ໄດ້ມີການຂະຫຍາຍພັນໄດ້ດີ.

ຂ່າວ: ເພັດສາຄອນ ສິມມະວົງ

.
