ຕະຫຼອດໄລຍະ 5 ປີ ຜ່ານມາ ພາຍໃຕ້ການຊີ້ນຳນຳພາຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ເຫັນວ່າການພັດທະນາການສຶກສາ ແລະ ກິລາ ໄດ້ມີທ່າອ່ຽງຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຈະແຈ້ງ ແລະ ດີຂຶ້ນ ເມື່ອທ່ຽບໃສ່ ໄລຍະຜ່ານມາ, ປະລິມານ ແລະ ຄຸນນະພາບຂອງການສຶກສາ ແລະ ກິລາ ຫັນໄປຕາມທ່າອ່ຽງລວມຂອງພາກພື້ນ ແລະ ສາກົນ. ຄຽງຄູ່ກັນນັ້ນ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງພັກ ແມ່ນມີຄວາມສອດຄ່ອງກັບກົງຈັກລັດບໍລິຫານຂອງຂະແໜງການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ ໂດຍສາມາດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ເຖິງ 473 ໜ່ວຍພັກ.


ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃຫ້ສຳພາດຕໍ່ນັກຂ່າວສຶກສາ-ກິລາ ເມື່ອວັນທີ 9 ກໍລະກົດ ຜ່ານມາ ທີ່ກະຊວງ ສສກ ວ່າ: ຫຼັງຈາກກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ສສກ ສຳເລັດ, ມາຮອດປັດຈຸບັນກໍເປັນເວລາເກືອບ 5 ປີເຕັມ ຄະນະບໍລິຫານງານພັກກະຊວງ ສສກ ໄດ້ເອົາໃຈໃສ່ຊີ້ນຳນຳພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ສສກ ອອກເປັນແຜນການພັດທະນາການສຶກສາ 5 ປີ ຄັ້ງທີ 8 (2016-2020),

ວາງຄາດໝາຍພາຍໃນປີ 2020 ຂະແໜງການສຶກສາ ແລະ ກິລາ ຢູ່ ສປປ ລາວ ມີໂຄງສ້າງ ແລະ ຊັບພະຍາກອນທີ່ເໝາະສົມ ເພື່ອປະກອບສ່ວນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດຈາກ ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ໃຫ້ນັກຮຽນທຸກຄົນມີຄວາມຮູ້, ຄວາມສາມາດ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາແຫ່ງຊາດ, ມີທັດສະນະ ລວມທັງທັກສະໃນການຮຽນຮູ້ ແລະ ທັກສະໃນການເຮັດວຽກເພື່ອພັດທະນາຕົນເອງ, ນຳພາຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ບອກຂອງເປົ້າໝາຍການສຶກສາເພື່ອທຸກຄົນ ກໍຄືເປົ້າໝາຍສະຫັດສະວັດດ້ານການພັດທະນາທີ່ຍັງບໍ່ທັນບັນລຸໄດ້ໃນໄລຍະຜ່ານມາ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ເອັດດີຈີ) ໂດຍສະເພາະເປົ້າໝາຍທີ 4 ທີ່ກ່ຽວຂ້ອງກັບການນຳເອົາການສຶກສາໄປພັດທະນາຄຸນນະພາບຊີວິດຂອງຄົນ,

ສົ່ງເສີມ ແລະ ເສີມຂະຫຍາຍຜົນສຳເລັດຂອງການປະຕິຮູບລະບົບການສຶກສາ ແລະ ປັບປຸງວຽກງານກິລາ-ກາຍຍະກຳ ນັບທັງວຽກງານພະລະ ແລະ ສິລະປະສຶກສາ, ກໍ່ສ້າງ ແລະ ປັບປຸງພື້ນ ຖານໂຄງລ່າງການສຶກສາ ແລະ ກິລາໃຫ້ໄດ້ມາດຕະຖານເທື່ອລະກ້າວ, ພັດທະນາຄົນລາວໃຫ້ມີຄວາມພ້ອມໃນທຸກດ້ານ ເພື່ອເປັນບັນຫາໃຈກາງໃນການສ້າງກຳລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່, ເປັນປັດໃຈຕັດສິນໃນການກ້າວເດີນສູ່ຈຸດໝາຍປາຍທາງລະບອບປະຊາທິປະໄຕ ປະຊາຊົນຂອງພັກ, ພັດທະນາຄວາມພ້ອມ ຂອງຄົນລາວ ຕິດພັນກັບການຍົກສູງຄຸນນະພາບ ແລະ ຄວາມທັນສະໄໝໃນລະບົບການສຶກສາພື້ນຖານຂອງຊາດ.


ທັງນີ້, ໃນໄລຍະ 5 ປີ ຜ່ານມາ ສາມາດເວົ້າໄດ້ວ່າການພັດທະນາການສຶກສາ ແລະ ກິລາ ໄດ້ມີທ່າອ່ຽງຫັນປ່ຽນ ໃໝ່ຢ່າງຕັ້ງໜ້າ, ຈະແຈ້ງ ແລະ ດີຂຶ້ນ ທຽບໃສ່ ໄລຍະຜ່ານມາ, ປະລິມານ ແລະ ຄຸນນະພາບຂອງການສຶກສາ ແລະ ກິລາ ຫັນໄປຕາມທ່າອ່ຽງລວມຂອງພາກພື້ນ ແລະ ສາກົນ. ພ້ອມນັ້ນ, ການປະຕິບັດໜ້າທີ່ການເມືອງຂອງພະນັກງານ, ຄູອາຈານ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ, ການລົງທຶນຂອງລັດຖະບານໃສ່ການພັດທະນາ ການສຶກສາ ແລະ ກິລາ ໄດ້ເພີ່ມຂຶ້ນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ໃນແຕ່ລະປີໄດ້ຮັບການສະໜັບສະໜູນດ້ານທຶນຮອນໃນການພັດທະນາການສຶກສາ ແລະ ກິລາ ຈາກສັງຄົມ, ອົງການຈັດຕັ້ງສາກົນ ໂດຍສະເພາະຄູ່ຮ່ວມມືພັດທະນາ ຫຼາຍຂຶ້ນກວ່າເກົ່າ.


ສະຫາຍເລຂາຄະນະພັກກະຊວງ ສສກ ກ່າວອີກວ່າ: ສຳລັບການຊີ້ນຳນຳພາ ວຽກງານໃນໄລຍະ 5 ປີ ຜ່ານມາ ອົງຄະນະພັກກະຊວງ ສສກ ພວກເຮົາມີຜົນສຳເລັດແຕ່ລະດ້ານດັ່ງນີ້: ໄດ້ເອົາໃຈໃສ່ຊີ້ນຳວຽກງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍວິທີ, ຫຼາຍຮູບການ ແລະ ເປັນລະບົບຕໍ່ເນື່ອງ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ມີແນວຄິດຮັກຊາດ, ຮັກຄວາມກ້າວໜ້າ, ຮັກຄວາມເປັນທຳ ແລະ ອຸດົມການສັງຄົມນິຍົມ;

ຊີ້ນຳຈັດຕັ້ງປະຕິບັດເປົ້າໝາຍລວມຄືພາຍໃນປີ 2020 ຂະແໜງການສຶກສາ ແລະ ກິລາ ຢູ່ສປປ ລາວ ມີໂຄງສ້າງ ແລະ ຊັບພະຍາກອນທີ່ເໝາະສົມ ເພື່ອປະກອບ ສ່ວນໃຫ້ແກ່ປະເທດຊາດ ໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເຮັດໃຫ້ຕົວເລກຕົວຊີ້ບອກທາງດ້ານການສຶກສາປະກອບສ່ວນໃຫ້ HAI ບັນລຸຄາດ ໝາຍໃນດ້ານສັງຄົມ; ຊີ້ນຳການສົ່ງເສີມ ແລະ ຂະຫຍາຍຜົນສຳເລັດຂອງການປັບປຸງວຽກງານກິລາ-ກາຍຍະກຳ, ວຽກງານພະລະ ແລະ ສິລະປະສຶກສາ ໃຫ້ແຂງແຮງ ແລະ ມີຄຸນນະພາບ ຕາມມາດຕະຖານຄຸນນະພາບການສຶກສາ ແລະ ກິລາແຫ່ງຊາດ,

ປັບປຸງ ແລະ ກໍ່ສ້າງໂຄງລ່າງດ້ານກິລາ-ກາຍຍະກຳ ສາມາດຮັບໃຊ້ໄດ້ເຂົ້າໃນການແຂ່ງຂັນໃນລະດັບປະເທດ ແລະ ພາກພື້ນ, ຫັນເອົາວິຊາກິລາ-ກາຍຍະກຳ, ພະລະ ແລະ ສິລະປະສຶກສາ ເປັນວິຊາສອນ, ວິຊາຮຽນປົກກະຕິຄືກັບວິຊາອື່ນໆ, ສ້າງໄດ້ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ແລະ ສະຖາບັນກິລາ-ກາຍຍະກຳ ໄດ້ຮັບການສ້າງຕັ້ງຂຶ້ນ.


ພ້ອມນັ້ນ, ກໍໄດ້ຊີ້ນຳການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງການສຶກສາ ແລະ ກິລາ ໃຫ້ໄດ້ມາດຕະຖານເທື່ອລະກ້າວ ແລະ ມີຄວາມພຽງພໍຕາມຄວາມຕ້ອງການ ລວມທັງພື້ນຖານໂຄງລ່າງດ້ານ ໄອຊີທີ (ICT) ເຊັ່ນ: ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງສະໝຸດ, ຫ້ອງຝຶກຊ້ອມ, ຫ້ອງປະຕິບັດຕົວຈິງ ແລະ ອຸປະກອນຄູ່ມື, ຊີ້ນຳການປະເມີນການນຳໃຊ້ຫຼັກສູດ ແລະ ວິທີການສອນ-ການຮຽນຂອງທຸກຊັ້ນ, ທຸກສາຍ ນັບທັງສ້າງຄູ ແລະ ສ້າງນັກກິລາ ເພື່ອສາມາດເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ, ຫັນເອົາພະນັກງານລົງຮາກຖານໃນ 40 ຕົວເມືອງເປົ້າໝາຍຂອງໂຄງການຍົກສູງຄຸນນະພາບ ການສຶກສາຢູ່ເຂດຫ່າງໄກສອກຫຼີກໃນທົ່ວປະເທດ;

ຊີ້ນຳການສ້າງມາດຖານ ແລະ ກຳນົດວິທີສັບຊ້ອນບັນຈຸຄູ, ແກ້ໄຂສະພາບຄູເຫຼືອບໍ່ພໍ, ແກ້ໄຂຄວາມບໍ່ສົມດູນອັດຕາສ່ວນລະຫວ່າງຄູສອນຕໍ່ນັກຮຽນໃນແຕ່ລະຊັ້ນ ແຕ່ລະສາຍ, ຊີ້ນຳ ຊຸກຍູ້ຂະບວນການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆຂອງຂະແໜງການສຶກສາ ແລະ ກິລາ ໃຫ້ມີປະສິດທິພາບ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ວິໄສທັດ, ຍຸດທະສາດ, ແຜນພັດທະນາການສຶກສາ ແລະ ກິລາແຫ່ງຊາດ ໃນແຕ່ລະໄລຍະ,

ປັດຈຸບັນຂະແໜງການສຶກສາ ແລະ ກິລາ ໄດ້ມີນິຕິກຳຫຼາຍກວ່າ 200 ສະບັບ; ຊີ້ນຳປັບປຸງກົງຈັກບໍລິຫານລັດ ໂດຍສະເພາະໄດ້ໂຮມເອົາບາງກົມ, ບາງຫ້ອງການເຂົ້າກັນ ນັບທັງຫົວໜ່ວຍທຸລະກິດຂອງຂະແໜງການສຶກສາ ແລະ ກິລາ ເຊັ່ນ: ໄດ້ໂຮມເອົາສອງບໍລິສັດລັດວິສາຫະກິດເປັນສຳນັກພິມສຶກສາ-ກິລາ ພ້ອມທັງໄດ້ກຳນົດທີ່ຕັ້ງ, ພາລະບົບບາດ, ສິດ ແລະ ໜ້າທີ່ຢ່າງຈະແຈ້ງ; ໄດ້ຊີ້ນຳວຽກງານບຳລຸງສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ, ສະມາຊິກພັກ ທັງການສ້າງພະນັກງານສືບທອດປ່ຽນແທນ, ສ້າງແຜນກຳນົດພະນັກງານ, ນຳໃຊ້ ແລະ ຈັດວາງສັບຊ້ອມພະນັກງານຖືກຕ້ອງເໝາະສົມກັບນະໂຍບາຍ ແລະ ລະບຽບຫຼັກການຂອງພັກ.


ຄຽງຄູ່ກັນນັ້ນ, ກໍໄດ້ຊີ້ນຳປັບປຸງລະບອບການປະຕິບັດນະໂຍບາຍ, ການຍ້ອງຍໍ-ຊົມເຊີຍການຈັດຕັ້ງ, ຕໍ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຕົວຈິງ ທີ່ການຈັດຕັ້ງມອບໝາຍ ໃຫ້ເໝາະສົມກັບລະບຽບຫຼັກການ ແລະ ເໝາະສົມກັບສະພາບຄວາມເປັນຈິງ; ຊີ້ນຳການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງຂອງພັກ ແລະ 3 ສ້າງຂອງຂະແໜງການສຶກສາ ແລະ ກິລາ ໂດຍຫັນເອົາພະນັກງານຈາກກະຊວງ, ແຂວງ, ເມືອງ ແລະ ສະຖາບັນການສຶກສາລົງຮາກຖານມີ 17 ແຂວງ, ນະຄອນຫຼວງ ແລະ 40 ເມືອງ;

ໄດ້ຊີ້ນຳວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງພັກຢ່າງສອດຄ່ອງກັບກົງຈັກ ລັດບໍລິຫານຂອງຂະແໜງການສຶກສາ ແລະ ກິລາທັງພາກລັດ ແລະ ເອກະຊົນ ບົນພື້ນຖານຮັບປະກັນໃຫ້ການຈັດຕັ້ງຂອງ ພັກມີບົດບາດນຳພາທີ່ສູງເດັ່ນ, ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ແຕ່ປີ 2015-2019 ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຈຳນວນ 473 ໜ່ວຍພັກ ໃນຈຳນວນໜ່ວຍພັກທັງໝົດຂອງ 5 ປີ ຜ່ານມາ, ໄດ້ອອກບັດໃຫ້ສະມາຊິກພັກ ທັງໝົດຈຳນວນ 1.530 ສະຫາຍ, ຍິງ 680 ສະຫາຍ ເທົ່າກັບ 58% ຂອງຈຳນວນ ສະມາຊິກພັກທັງໝົດ;

ຊີ້ນຳ ແລະ ສ້າງເງື່ອນໄຂໃຫ້ສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງໃຜລາວ ພ້ອມທັງຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ; ໄດ້ເພີ່ມທະວີການຊີ້ນຳ ນຳພາ, ຍົກສູງຄວາມສັກສິດຂອງວຽກງານກວດກາ, ແກ້ໄຂປະກົດການຫຍໍ້ທໍ້, ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາວຽກງານຕິດຕາມ ກວດກາເປັນປັດໃຈສຳຄັນໃນການແກ້ໄຂ ແລະ ຕັດສິນບັນຫາຕ່າງໆໃນຂະແໜງ ການສຶກສາ ແລະ ກິລາ;

ໄດ້ເອົາໃຈໃສ່ຊີ້ນຳວຽກງານການພົວພັນ, ການຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ໂດຍສະເພາະຄູ່ຮ່ວມມືພັດທະນາ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ປັດຈຸບັນມີ 15 ໂຄງການໃໝ່ ແລະ ມີອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄດ້ຊ່ວຍຂະແໜງການສຶກສາ ມີເຖິງ 46 ອົງການ ແລະ 60 ໂຄງການ; ມີແຜນກໍ່ສ້າງພະນັກພະນັກງານນຳພາ-ຄຸ້ມຄອງຂອງຂະແໜງການສຶກສາ ແລະ ກິລາ ທີ່ຮັບຮອງຈາກຄະນະເລຂາທິການສູນ ກາງພັກ ໃນປີ 2018.

ຂ່າວໂດຍ: ລູກນ້ຳເຊ

Leave a Reply

Your email address will not be published. Required fields are marked *