ໃນວັນທີ 10 ກໍລະກົດ 2020ຜ່ານມານີ້ ຢູ່ທີ່ສະໂມສອນສູນພື້ນຟູສຸຂະພາບ ແລະ ຝືກວິຊາຊິບຜູ້ຕິດຢາເສບຕິດ ແຂວງຄຳມ່ວນໄດ້ຈັດພິທີ ມອບ-ຮັບເຄື່ອງວັດຖຸອຸປະກອນຮັບໃຊ້ໃຫ້ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ພັທ ສຸລິພົນ ສົມບັດຖາວອນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ມີບັນດາຫົວໜ້າພະແນກຕຳຫຼວດກວດກາ ແລະ ຄວບຄຸມຢາເສບຄິດ, ຫົວໜ້າສູນບຳບັດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

Image may contain: 10 people, people standing

ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ : ຕູ້ເຢັນ 1 ໜ່ວຍ, ຕູ້ນ້ຳເຢັນ 1 ໜ່ວຍ, ຕັ່ງ 50 ໜ່ວຍ, ໂຕະ 5 ໜ່ວຍ ແລະ ແຜ່ນສັງກະສີ ຈຳນວນ 100 ແຜ່ນ ລວມມູນຄ່າທັງໝົດ 8.457.000 ກີບ.ເຊີ່ງເຄື່ອງດັ່ງກ່າວແມ່ນ ບໍລິສັດ ເອັສວີກຼຸບ ຈຳກັດ ແລະ ຮ້ານສຸກສະຫັວນອາໄຫຼ່ຍົນ ເປັນຜູ້ປະກອບສ່ວນອຸປະຖຳຊ່ວຍເຫຼືອໃນຄັ້ງນີ້ ເພື່ອນຳໄປປະກອບສ່ວນເຂົ້າໃນການຊົມໃຊ້ ພາຍໃນສູນພື້ນຟູສຸຂະພາບ ແລະ ຝືກວິຊາຊິບຜູ້ຕິດຢາເສບຕິດ ບ້ານ ໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ທີ່ມີຄວາມຂາດເຂີນທາງດ້ານວັດຖຸສິ່ງຂອງທີ່ຈຳເປັນໃນຊີວິດປະຈຳວັນ. ເປັນກຽດກ່າວມອບໂດຍ ທ່ານ ພັທ ສຸລິພົນ ສົມບັດຖາວອນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ກ່າວຮັບໂດຍ ທ່ານ ພັທ ພູເງິນ ເຮືອງວິໄລ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮວ່ມເປັນສັກຂີພະຍານ.

Image may contain: 11 people, people standing

ທ່ານ ພັທ ພູເງິນ ເຮືອງວິໄລ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງທາງຄະນະພັກ-ຄະນະຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ, ບໍລິສັດ ເອັສວີ ກຸຣບຈຳກັດ ແລະ ຮ້ານ ສຸກສະຫັວນ ອາໄຫຼ່ຍົນ ທີ່ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນທາງດ້ານວັດຖຸອຸປະກອນຮັບໃຊ້ຕ່າງໆພາຍໃນສູນທີ່ມີຄວາມຂາດເຂີນ ແລະ ຫວັງຢ່າງຍີງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອອີກຈາກບັນດາບໍລິສັດຫ່າງຮ້ານຕ່າງໆຕື່ມອິກ.

Leave a Reply

Your email address will not be published. Required fields are marked *