ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນຫາ 4 ເຖື່ອນໃຫ້ໄດ້ຮັບຜົນສຳເລັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ຂອງເມືອງບໍລິຄັນໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ຢູ່ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

Image may contain: 2 people, people standing, sky, tree, child and outdoor

ວັດຖຸຂອງກາງຜິດກົດໝາຍ ທີ່ນຳມາທຳລາຍໃນຄັ້ງນີ້ ມີທັງໝົດ 733 ລາຍການ ຄື: ມີອາວຸດລ່າເນື້ອປະເພດປືນແກ໋ບ, ປືນປະດິດຍິງດ້ວຍລູກເດີເວ, ລູກເກົ້າ ໄດ້ ຈໍານວນ 544 ກະບອກ, ມີເລົາປືນແກ໋ບ 41 ເລົາ, ມີໝໍ້ຊ໋ອດປາ 71 ເຄື່ອງ ແລະ ມີຈັກສະຕິ໋ນ 77 ເຄື່ອງ.

Image may contain: 4 people, outdoor and food

ຕາມການລາຍງານຂອງການນຳເມືອງບໍລິຄັນ ເຫັນວ່າ ການນຳທຸກຂັ້ນໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນຂອງແຂວງ ຢ່າງຈິງຈັງ ຄະນະຮັບຜິດຊອບໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດ ລົງເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ກວດພົບບຸກຄົນຈໍານວນໜຶ່ງ ເຄື່ອນໄຫວລະເມີດຜິດລະບຽບກົດໝາຍ ເປັນຕົ້ນ ການຜະລິດ, ການມີໄວ້ຄອບຄອງ, ການຊື້-ຂາຍ ແລະ ນໍາໃຊ້ອາວຸດລ່າເນື້ອ, ຈັກສະຕິ໋ນ, ເຄື່ອງມືຫາປາ ແລະ ອື່ນໆ ທີ່ຜິດກົດໝາຍ, ຕໍ່ກັບຜູ້ທີ່ລະເມີດ ທາງເຈົ້າໜ້າທີ່ ໄດ້ທໍາການສຶກສາອົບຮົມໃຫ້ເຂົ້າໃຈຕໍ່ກັບລະບຽບກົດໝາຍ ພ້ອມທັງສ້າງບົດບັນທຶກໃຫ້ຢຸດເຊົາການຜະລິດ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ນໍາໃຊ້ປືນລ່າເນື້ອ, ເຄື່ອງມືຫາປາທີ່ຫ້າມ, ຈັກສະຕິ໋ນ ລັກລອບຕັດໄມ້ໂດຍບໍ່ຖືກຢ່າງຂາດຕົວ ແລ້ວໄດ້ມອບໃຫ້ການຈັດຕັ້ງບ້ານໄປສຶກສາອົບຮົມຢູ່ບ້ານຕື່ມ ພ້ອມກັບຕິດຕາມການເຄື່ອນໄຫວ ແລະ ລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເປັນໄລຍະ.

Image may contain: one or more people, people standing, tree, plant, child, outdoor and nature

Leave a Reply

Your email address will not be published. Required fields are marked *