ເມືອງເງິນຈັດພິທີປ່ອຍປາ ເນື່ອງໃນໂອກາດ ວັນອານຸລັກສັດນ້ຳ- ສັດປ່າແຫ່ງຊາດ

ໃນວັນທີ່ 10 ກໍລະກົດ 2020ນີ້ ຢູ່ທີ່ ບ້ານທອງ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ຈັດພິທີ ປ່ອຍປາ ເນື່ອງໃນໂອກາດ ວັນອານຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ .

ໂດຍການເປັນປະທານ ຂອງ ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ ເຂົ້າຮ່ວມ ເປັນກຽດ ມີທ່ານ ຄຳແພງ ຕັດສະຫັວດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເງິນ, ມີທ່ານ ມາໂນດ ຈິດໃຈນາມ ຄະນະບໍລິຫານ ບໍລິສັດໄຟຟ້າ ຫົງສາ ພ້ອມດ້ວຍທີມງານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ບໍລິສັດ,ນັກທຸລະກິດ, ອົງການປົກຄອງບ້ານ ກຸ່ມຜູ້ນໍາໃຊ້ນໍ້າ ແລະ ປະຊາຊົນ ບ້ານທອງເຂົ້າຮ່ວມ.


ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງໆເງິນ ໄດ້ເປັນກຽດ ຂື້ນກ່າວເປີດພິທີ ປ່ອຍປາ ແລະ ວັນອານຸລັກສັດນ້ຳ- ສັດປ່າ ແຫ່ງຊາດ ຢ່າງເປັນທາງການ ທ່ານໄດ້ຍົກໃຫ້ເຫັນຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານລາວເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການອານຸຮັກສາ ສັດນ້ຳ ສັດປ່າ ໂດຍໄດ້ມີນະໂຍບາຍ ອອກມະຕິຄຳສັ່ງ, ລະບຽບ, ກົດໝາຍຕ່າງໆ ເພື່ອຄຸ້ມຄອງ ສັດນໍ້າ ສັດປ່າ ຢ່າງເຂັ້ມງວດ ໂດຍຕິດພັນກັບການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຂອງສັດນ້ຳ,ສັດປ່າ ເຮັດໃຫ້ຫ້ວຍນໍ້າລຳເຊບໍ່ບົກແຫ້ງ, ດິນບໍ່ຖືກເຊາະເຈື່ອນ, ສິ່ງສຳຄັນຕ້ອງໄດ້ພ້ອມກັນເອົາໃຈໃສ່ ສ້າງອ່າງເກັບນ້ຳ, ສ້າງວັງສະຫງວນ, ປ່າສະຫງວນ ເພື່ອເປັນບ່ອນຂະຫຍາຍພັນ ສັດນ້ຳ,ສັດປ່າ ໃຫ້ເພີ່ມຂື້ນໃນແຕ່ລະປີ.

ພາຍຫຼັງສຳເລັດພິທີເປັນທາງການແລ້ວ ທາງຄະນະປະທານ ແລະ ແຂກ ກໍ່ໄດ້ພ້ອມກັນປ່ອຍປາລົງສູ່ວັງສະຫງວນນ້ຳງື່ມບ້ານທອງ ຈໍານວນ 20.000 ໂຕ. ປາທີ່ນໍາມາປ່ອຍຄັ້ງນີ້:ມີປາໄນ,ປານິນ,ປາຕາພຽນ ແລະ ເກັດແລບ.

ຈາກນັ້ນ ແມ່ນ ໄດ້ມອບໃຫ້ຫ້ອງການທີ່ກ່ຽວຂ້ອງລົງສົມທົບອົງການຈັດຕັ້ງບ້ານ ແລະ ກຸ່ມຜູ້ນຳໃຊ້ນ້ຳ ພ້ອມກັນນຳເອົາໄປປ່ອຍປາ ໃສ່ຊົນລະປະທານ ຄື: ຊົນລະປະທານ ນໍ້ຍາງ 1 ນໍ້າຍາງ 2, ອ່າງເກັບນ້ຳຫ້ວຍຕົ້ນນູ່ນ, ອ່າງເກັບນ້ຳຫ້ວຍນານ້ອຍ ແລະ ວັງສະຫງວນ ຂອງແຕ່ລະບ້ານໃຫ້ໄດ້ 30.000 ໂຕ

ໂດຍ: ອິນແປງ ແຫວນຄຳ

Leave a Reply

Your email address will not be published. Required fields are marked *