ລັດຖະມົນຕີກະຊວງແຮງງານ ລົງຕິດຕາມສະພາບນໍ້າປ່າໄຫຼຫຼາກ ຖ້ວມບ້ານເຮືອນແລະເນື້ອທີ່ການຜະລິດຂອງປະຊາຊົນເມືອງວຽງພູຄາ.

ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 13 ກໍລະກົດ 2020ນີ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເດີນທາງໄປຮອດໄປເຖິງພື້ນທີ່ຕົວຈິງ ທີ່ເກີດເຫດການນໍ້າປ່າໄຫຼຫຼາກ.

ເຮັດໃຫ້ເກີດນໍ້າຖ້ວມ ເຮືອນຊານບ້ານຊ່ອງ, ໄຮ່ນາຕາກ້າຂອງພໍ່ແມ່ປະຊາຊົນເສຍຫາຍ ຢູ່ບ້ານນໍ້າແອ່ງ, ເມືອງວຽງພູຄາແຂວງຫຼວງນໍ້າທາ ເມື່ອວັນທີ12 ກໍລະກົດຜ່ານມາ.

ທ່ານ ຄຳແພງ ໄຊສົມແພງ ຍັງໄດ້ຕາງໜ້າ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ມອບເງິນສົດຈຳນວນ 30 ລ້ານກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກ ຈຳນວນໜຶ່ງມອບໃຫ້ກັບພໍ່ແມ່ປະຊາຊົນ ເພື່ອແກ້ໄຂສຸກເສີນເບື້ອງຕົ້ນ ນຳອີກ.

ຕາມການລາຍງານຂອງ ທ່ານ ຕຽງສະໝອນ ພອນປະເສີດ ເຈົ້າເມືອງວຽງພູຄາ ໄດ້ໃຫ້ຮູ້ວ່າ: ວັນທີ 12 ກໍລະກົດ 2020 ນີ້, ເກີດມີຝົນຕົກໜັກ ເຮັດໃຫ້ປະລິມານນໍ້າຝົນຫລາຍພາໃຫ້ເກີດນໍ້າຖ້ວມ, ດິນເຊາະເຈື່ອນ ເຂດບ້ານນໍ້າແອ່ງ ໄດ້ຮັບຄວາມເສຍຫາຍ ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ເຮືອນຖືກນໍ້າຖ້ວມ 51 ຫລັງ, ນໍ້າໄຫລຊຸເຮືອນ 2 ຫລັງ, ເລົ້າເຂົ້າ 2 ຫລັງ, ລົດໃຫຍ່ເສຍຫາຍ 1 ຄັນ, ລົດໄຖ່ນາ 4 ຄັນ, ລົດຈັກ 8 ຄັນ, ໂຮງສີເຊົ້າ 3 ເຄື່ອງ, ຈັກສູບນໍ້າ 10 ເຄື່ອງ,

ເນື້ອທີ່ນາເສຍຫາຍ 9 ເຮັກຕາ, ຊົນລະປະທານເປ່ເພ 1 ແຫ່ງ ແລະ ສັດລ້ຽງປະເພດຕ່າງໆ ລວມມູນຄ່າເສຍຫາຍທັງໝົດ 1 ຕື້ກວ່າກີບ.

ຂ່າວກ່ອນໜ້ານີ້

ນໍ້າປ່າໄຫຼນອງ ເຂດບ້ານນໍ້າແອ່ງ ແລະ ບ້ານ ນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄວາມເສຍຫາຍຫຼາຍກວ່າ 1 ຕື້ກີບ

ກົດຊົມຄລິບຂ່າວຈາກ ໂທລະພາບແຂວງຫຼວງນໍ້າທາ

.

ຂ່າວກ່ອນໜ້ານີ້

ເມືອງວຽງພູຄາ: ນີ້ແມ່ນສະພາບຄວາມເສຍຫາຍ ຈາກເຫດອຸທົກກະໄພ ນໍ້າປ່າໄຫຼນອງ ຖ້ວມເຂດບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຕອນເຊົ້າ ວັນທີ່ 12 ກໍລະກົດ 2020.

.

ຂອບໃຈພາບຈາກ ທີ່ງານ ຊ່າງເສືອ ທີ່ລົງພື້ນທີ່ ແລະ ນໍາເອົາສິ່ງຂອງໄປບັນເທົາທຸກຊ່ວຍປະຊາຊົນ.

.

ຂອບໃຈບັນດາອ້າຍນ້ອງທະຫານ ທີ່ລົງຕະບຸມບອນ ຊ່ວຍປະຊາຊົນ.

.

.

ຄລິບຈາກ ຊ່າງເສືອ (1)

ຄລິບຈາກ ຊ່າງເສືອ (2)

ຄລິບຈາກ ຊ່າງເສືອ (3)

ສ່ວນຄວາມເສຍຫາຍລະອຽດ ທາງພາກສ່ວນກ່ຽວຂ້ອງແມ່ນເລັ່ງເກັບກໍາຂໍ້ມູນ, ແລະ ຈະມີການແຈ້ງໃຫ້ຮູ້ໄວໆນີ້.

.

.

.

.

.

ຂ່າວກ່ອນໜ້ານີ້

ເມືອງວຽງພູຄາ: ນໍ້າປ່າໄຫຼນອງກະທັນຫັນ ໃນຕອນເຊົ້າວັນທີ່ 12 ກໍລະກົດ 2020, ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ຕໍ່ປະຊາຊົນ ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

.

ປະຊາຊົນແຕກຕື່ນກັບສະພາບນໍ້າປ່າໄຫຼນອງ ທີ່ພັດເອົາເຮືອນ ໄຮ່ນາຮົ້ວສວນ ແລະ ວັດຖຸສິ່ງຂອງ ໄປແບບບໍ່ຕັ້ງຕົວ. ສຽງຢ້ານແລະຮ້ອງໄຫ້ ຂອງຊາວບ້ານ ສຸດທີ່ຈະເສົ້າໃຈ. (ຄລິບດ້ານລຸ່ມ)

ຄວາມເສຍຫາຍນະຕອນນີ້ແມ່ນຍັງປະເມີນບໍ່ໄດ້. ຂໍພາວະນາໃຫ້ປະຊາຊົນທຸກຄົນປອດໄພ. ປະຈຸບັນ ທາງໜ່ວຍງານຂອງ ເມືອງແລະແຂວງ ແມ່ນເລັ່ງໃຫ້ການຊ່ວຍປະຊາຊົນຢ່າງຮີບດ່ວນ.

.

ຄລິບຈາກປະຊາຊົນ 1

ຄລິບຈາກປະຊາຊົນ 2

ຄລິບຈາກປະຊາຊົນ 3

ຄລິບຈາກປະຊາຊົນ 4

ຂ່າວກ່ອນໜ້ານີ້

ຫຼວງນໍ້າທາ: ລາຍງານຈາກປະຊາຊົນໃຫ້ຮູ້ ເວລາ 9:00 ວັນທີ່ 12 ກໍລະກົດ 2020 ເກີດນໍ້າປ່າໄຫຼນອງ ຮຸນແຮງ ເຂດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ (ມີຄລິບຢູ່ດ້ານລຸ່ມ)

ເຮັດໃຫ້ນໍ້າຖ້ວມທາງເລກທີ່ R3, ທາງເຊື່ອມຕໍ່ ບໍ່ແກ້ວ-ຫຼວງນໍ້າທາ. ຈຸດທີ່ຖ້ວມຮຸນແຮງ ແລະ ທາງຂາດ ແມ່ນ ເຂດ ບ້ານນໍ້າແອ່ງ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ.

ຄວາມເສນຫາຍແມ່ນໜັກຫຼາຍ ເພາະ ໄຮ່ນາຮົ້ວສວນນໍ້າພັດເສຍຫາຍ ລວມທັງເຮືອນປະຊາຊົນຈໍານວນໜຶ່ງ.

ເມືອງວຽງພູຄາ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ 3 ເມືອງ ຄື: ເມືອງນາແລ, ເມືອງລອງ ແລະ ເມືອງຫຼວງນ້ຳທາ.

ລາຍລະອຽດຄວາມເສຍຫາຍຈະແຈ້ງໃຫ້ຊາບອີກພາຍຫຼັງ.

ລາຍງານໂດຍ: ນັກເດີນທາງ

ຄລິບ ສັ້ນ

ຄລິບຍາວ

Leave a Reply

Your email address will not be published. Required fields are marked *