ປັດຈຸບັນສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກແມ່ນເພີ່ມຂຶ້ນ ຕົວເລກຜູ້ຕິດເຊື້ອສູງເຖິງ 13 ລ້ານກວ່າຄົນ, ເສຍຊີວິດແລ້ວ 5,7 ລ້ານກວ່າຄົນ. ຂະນະດຽວກັນປະເທດລາວເຮົາບໍ່ມີຜູ້ຕິດເຊື້ອໃໝ່ເຖິງ 92ມື້ແລ້ວ ແຕ່ເນື່ອງຈາກຍັງມີຜູ້ເດີນທາງເຂົ້າລາວຢ່າງຕໍ່ເນື່ອງ ເຮັດໃຫ້ຍັງມີຜູ້ຖືກຈຳກັດບໍລິເວນຈໍານວນ 3.679 ຄົນ ຢູ່ 70 ສູນໃນທົ່ວປະເທດ.

ທ່ານ ດຣ. ຣັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາໂຄວິດ-19 ປະຈໍາວັນທີ 12 ກໍລະກົດ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 12 ກໍລະກົດ 2020, ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,597 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 12 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 228 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 192 ຄົນ, ແຮງງານຈີນ 28 ຄົນ ແລະ ກໍລະນີສົງໄສ 8 ຄົນ;ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ `12 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 20.454 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (92 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.679 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ, ມາຮອດວັນທີ 13 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 13.042,512 ຄົນ; ເສຍຊິວິດ 571.701 ຄົນ; ປີ່ນປົວຫາຍດີ 7.588,789 ຄົນ.