ກະຊວງປ້ອງກັນປະເທດ ຈັດພິທີເປີດອະນຸສອນສະ ຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນຕອນ ເຊົ້າວັນທີ 13 ກໍລະກົດ 2020. ໂດຍການໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດ.

Image may contain: 20 people, people standing, wedding and flower

ໃນພິທີ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນມີຄໍາເຫັນ ວ່າ: ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາ ລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ, ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະ ຫລາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນ ດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ບໍ່ຫວັ່ນ ໄຫວຕໍ່ເຫດການໃດຯ ໃນການໂຕນອອກຈາກຄຸກຄັ້ງມະ ຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ. ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດເຊື່ອມຊຶມກຳແໜ້ນກ່ຽວກັບປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງນຳພາຂອງພັກໃນການຕໍ່ສູ້ທາງດ້ານການເມືອງ, ການທະ ຫານ, ການຕ່າງປະເທດ, ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງ, ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອ ແລະ ຄວາມປີຊາສາມາດ, ສະຫລາດສ່ອງໃສຂອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອເຜີຍ ແຜ່ຂໍ້ມູນກ່ຽວກັບວິລະກໍາການໂຕນຄຸກຄັ້ງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດໃຫ້ບັນດາເພື່ອມິດຜູ້ຮັກຫອມສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກຮັບຮູ້ ແລະ ເຂົ້າໃຈເຫດການປະ ຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນຊຸມປີ 1945-1975.

Image may contain: 2 people, people standing and flower

ອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກ ຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃຊ້ເວລາກໍ່ສ້າງທັງໝົດ 7 ເດືອນກັບ 15 ວັນ, ຄື ນັບແຕ່ວັນທີ 5 ກໍລະ ກົດ 2019 ແລະ ສຳເລັດໃນວັນທີ 15 ມັງກອນ 2020, ລວມມູນຄ່າການກໍ່ສ້າງທັງໝົດ 8 ຕື້ 500 ລ້ານກີບ ໂດຍນຳໃຊ້ຮ່ວງເງິນປະຢັດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ SCS ຈຳກັດ.

Image may contain: 7 people, people standing

ສໍາລັບຜູ້ນຳແນວລາວຮັກຊາດ 16 ທ່ານ ທີ່ໂຕນອອກຈາກຄຸກຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960 ລວມມີ: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະ ຫວັນ, ທ່ານ ພູມີວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສາ

Image may contain: 15 people, people standing

ໂດຍ: ບຸນຕຽງ ຈັນທະວົງ

Leave a Reply

Your email address will not be published. Required fields are marked *