ໃນວັນທີ 9 ກໍລະກົດ 2020 ຜ່ານມານີ້,ເຈົ້າໜ້າທີ່ພາສີພະແນກສືບສວນ–ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ກະຊວງການເງິນ, ໄດ້ຈັດພິທີທຳລາຍຢາສູບຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ຈຳນວນ 107 ແກັດ (5.350 ຕຸດ) ຄິດເປັນລວມມູນຄ່າເກືອບ 280 ລ້ານກີບທີ່ລັກລອບນຳເຂົ້າບໍ່ຖືກລະບຽບກົດໝາຍ. ໂດຍການເຂົ້າຮ່ວມຂອງທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີຕາງໜ້າຈາກອຸດສາຫະກຳການຄ້າ, ຫ້ອງການກະຊວງການເງິນ, ບໍລິສັດຢາສູບລາວ, ເຈົ້າໜ້າທີ່ພາສີ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ພອນສະຫວັນ ທຳມະສິດ ຫົວໜ້າພະແນກສືບສວນ–ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ຢາສູບທີ່ນຳໄປທຳລາຍຖິ້ມໃນຄັ້ງນີ້ແມ່ນໄດ້ຈາກການຢຶດ, ຮິບສິນຄ້າທີ່ລັກລອບນຳເຂົ້າຊຶ່ງເປັນສິນຄ້າປະເພດລັດຄວບຄຸມຕາມກົດໝາຍພາສີ, ກົດໝາຍ ແລະ ລະບຽບການ.ທັງເປັນສິນຄ້າທີ່ບໍ່ໄດ້ເສຍພາສີ–ອາກອນຢ່າງຖືກຕ້ອງ, ບໍ່ມີເຄື່ອງໝາຍການຄ້າ, ບໍ່ໄດ້ຕິດສະແຕັມ, ບໍ່ມີຄຳແນະນຳ ຫຼື ຄຳເຕືອນໃດໆຊຶ່ງອາດຈະມີໄພອັນຕະລາຍຕໍ່ສຸຂະພາບຜູ້ບໍລິໂພກ.


ໂອກາດດັ່ງກ່າວ, ທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ ໃຫ້ຮູ້ຕື່ມວ່າ: ໃນທົ່ວປະເທດມີທັງໝົດ 20.478 ຄະດີ, ສະສາງແລ້ວ 20.225 ຄະດີ, ຄ້າງສະສາງ 253 ຄະດີ, ໃນນັ້ນຄະດີທີ່ເກີດຂຶ້ນຢູ່ສູນກາງ 435 ຄະດີ, ສະສາງແລ້ວ 374 ຄະດີ, ຄ້າງສະສາງ 61 ຄະດີ (ກຳລັງດຳເນີນການ); ສາມາດປະຕິບັດລາຍຮັບພາສີ–ອາກອນ 5.817 ຕື້ກວ່າກີບເທົ່າກັບ 12,99% ຂອງແຜນການປີ, ຄາດໝາຍຈະສູ້ຊົນປະຕິບັດໃຫ້ໄດ້ 32% ຂອງແຜນການປີ. ສຳລັບຄະດີທີ່ເກີດຂຶ້ນສ່ວນຫຼາຍແມ່ນຄະດີໄມ້, ພາຫະນະນຳເຂົ້າບໍ່ຖືກຕ້ອງ, ການເຄື່ອນຍ້າຍນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ–ບໍລິໂພກ ແລະ ອື່ນໆ.




