ໃນຕອນເຊົ້າຂອງວັນທີ: 13 ກໍລະກົດ (7) ປີ2020; ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄ້າຍວັນເກີດ ຂອງທ່ານປະທານ ສຸພານຸວົງ ຄົບຮອບ111ປີ (13/7/1909-13/7/2020) ແລະ ເປັນວັນປ່ອຍປາ ແລະ ອານຸລັກ ສັດນໍ້າ-ສັດປ່າແຫ່ງຊາດ.


ໃນພິທີດັ່ງກ່າວ: ຄະນະນຳພ້ອມດ້ວຍຄູອາຈານ, ອະດີດຜູ້ບໍລິຫານທີ່ຮັບບຳນານ ຕະຫຼອດເຖິງນັກສຶກສາທົ່ວ ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມໃຈກັນເຂົ້າໃນກິດຈະກຳເຊັ່ນ:

ວາງກະຕາດອກໄມ້ທີ່ອະນຸສອນສະຖານ, ຮັບພັງປາຖະກະຖາ ເພື່ອລະລືກເຖິງຄຸນງາມຄວາມດີຂອງທ່ານ ພ້ອມດຽວກັນນັ້ນກໍ່ໄດ້ຮ່ວມກັນປູກຕົ້ນໄມ້, ປ່ອຍປາລົງສູ່ຫນອງປາ ມະຫາວິທະຍາໄລ ສຸພານຸວົງ.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *