ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງໃນນະຄອນຫລວງວຽງຈັນ, ຫົວໜ່ວຍທຸລະກິດເກັບຊື້ເຂົ້າ, ໂຮງສີ, ຊາວນາ, ຜູ້ປະກອບການຂາຍຍົກ-ຂາຍຍ່ອຍເຂົ້າກິນໃຫ້ຮູ້ວ່າ: ນັບແຕ່ວັນທີ 9 ກໍລະກົດ 2020 ເປັນຕົ້ນໄປໃຫ້ບັນດາຊາວນາ ແລະ ຜູ້ປະກອບການດ້ານຊື້-ຂາຍເຂົ້າກິນໃຫ້ປະຕິບັດລາຄາຂາຍເຂົ້າຕາມການແຈ້ງການທີ່ໄດ້ລະບຸລາຄາໄວ້ດັ່ງນີ້: ເຂົ້າເປືອກໜຽວຂອງຊາວນາລາຄາສູງສຸດບໍ່ໃຫ້ເກີນ 3.600 ກີບ/ກິໂລ, ເຂົ້າເປືອກໜຽວຢູ່ໜ້າໂຮງສີ ຫຼື ໜ້າສາງສູງສຸດບໍ່ໃຫ້ເກີນ 3.900 ກີບ/ກິໂລ, ເຂົ້າສານໜຽວ (ປະເພດສອງ) ສົ່ງເຖິງຕະຫຼາດບໍ່ໃຫ້ເກີນ 6.800 ກີບ/ກິໂລ, ລາຄາຂາຍຍ່ອຍເຂົ້າສານໜຽວ (ປະເພດສອງ) ຢູ່ຕາມທ້ອງຕະຫຼາດທົ່ວໄປສູງສຸດຂາຍບໍ່ໃຫ້ເກີນ 7.400 ກີບ/ກິໂລ.

ລັດເລັ່ງຄວບຄຸມລາຄາເຂົ້າ ຫຼັງພົບເລີ່ມມີການເໜັງຕິງ

ການອອກແຈ້ງການວາງລາຄາເຂົ້າໃນຄັ້ງນີ້ ແມ່ນເພື່ອແນໃສ່ການຮັກສາສະຖຽນລະພາບດ້ານລາຄາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ເຮັດການຜະລິດ, ຜູ້ເກັບຊື້-ຂາຍເຂົ້າກິນ ໃຫ້ມີຄວາມສະຫງົບ ແລະ ຮັບປະກັນດ້ານການສະໜອງສະບຽງອາຫານ.

ຂ່າວ: ວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *