ກຳມະບານແຂວງອຸດົມໄຊ ນຳໂດຍທ່ານນາງ ທຸມມາ ປັນຍາສິດ ຮອງປະທານສະຫະພັນກຳມະບານ ແຂວງອຸດົມໄຊ ໂດຍມີຄະນະບໍລິຫານສະຫະພັນກຳມະບານແຂວງ, ຄະນະໜ່ວຍກຳມະບານ ພ້ອມດ້ວຍສະມາຊິກອ້ອມຂ້າງແຂວງ, ສະຫະພັນກຳມະບານເມືອງຮຸນ ແລະ ເມືອງປາກແບງ ພ້ອມດ້ວສະມາຊິກ ໄດ້ລົງເຄື່ອນໄຫວຊ່ວຍເຫຼືອພໍ່ແມ່ປະຊາຊົນ ປຸກເຮືອນຢູ່ບ້ານໄຊມຸງຄຸນ ເຊີງເປັນບ້ານຈັດສັນໃໝ່ ໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ ແລະ ບັນດາຄອບຄົວທີ່ມີຄວາມສ່ຽງທີ່ຈະຖືກຜົນກະທົບໃນຕໍ່ໜ້າ ຢູ່ບ້ານມົກພາງ ແລະ ບ້ານພູຫຼວງ ເມືອງປາກແບງໄດ້ມາຕັ້ງທີ່ຢູ່ອາໄສ ຫຼາຍກວ່າ 200 ຄອບຄົວ ໃນນັ້ນຖືກຜົນກະທົບຕົວຈິງ ເກືອບ 20 ຄອບຄົວ ແລະ ຄອບຄົວທີ່ມີຄວາມສ່ຽງ ເກືອບ 200 ຄອບຄົວ.


ໃນການລົງເຄື່ອນໄຫວຄັ້ງນີ້ກໍໄດ້ນຳກຳລັງສະມາຊິກກຳມະບານ ຊ່ວຍເລື້ອພໍ່ແມ່ປະຊາຊົນໂດຍກົງໃນການປຸກສ້າງເຮືອນຊານ ພ້ອມທັງໄດ້ປຸກລະດົມວັດຖຸອຸປະກອນທີ່ຈຳເປັນເພື່ອປະກອບສ່ວນໃນການປຸກສ້າງ ແລະ ຍົກຍ້າຍຄົວເຮືອນ ເປັນຕົ້ນແມ່ນ ນຳດື່ມ, ອາຫານແຫ້ງ, ເຄື່ອງນຸ່ງຂອງຖື, ເຄື່ອງໃຊ້ສອຍໃນຄົວເຮືອນ ແລະ ເຫຼັກຕະປູ.


ທ່ານນາງ ທຸມມາ ປັນຍາສິດ ໄດ້ໃຫ້ຮູ້ວ່າ: ໃນລົງເຄື່ອນໄຫວຄັ້ງນີ້ ແມ່ນເປັນສ້າງຂະບວນການໃນການຄ້ອນຮັບກອງປະຊຸມໃຫ່ຍຄັ້ງທີ 9 ຂອງອົງຄະນະພັກແຂວງອຸດົມໄຊທີ່ຈະໄຂຂຶ້ນໃນມໍ່ໆນີ້ ທັງເປັນການກະຕຸກຊຸກຍູ້ການປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານໃຫ້ປະກົດຜົນເປັນຈິງ ສ້າງຄວາມສາມັກຄີ ແລະ ເປັນເຈົ້າການໃຫ້ແກ່ສະມາຊິກກຳມະບານ ກຳມະກອນໃຫ້ມີຄວາມຕື່ນຕົວໃນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ.
