ວັນທີ10 ກໍລະກົດ 2020 ເມືອງລະຄອນເພັງ,ແຂວງສາລະວັນ ຈັດພິທີປ່ອຍປາຄືນສູ່ທຳມະຊາດ ຈໍານວນ 35.000 ໂຕ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ -ສັດປ່າແຫ່ງຊາດ ວັນ 13 ກໍລະກົດ ທີ່່ອ່າງເກັບນໍ້າຫ້ວຍພະ ບາດນາດູ່ເກົ່າ.

ມີ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ພະນັກງານ, ຫົວຫນ່ວຍທຸລະກິດ ແລະ ປະຊາຊົນເຂົ້າຮ່ວມ.

ປາທີ່ນໍາໄປປ່ອຍໃນຄັ້ງນີ້ ລວມມີ: ປານິນ, ປາໄນ, ປາສີໂຫ, ປາກິນຫຍ້າ ແລະປາຈີນ.

ນອກຈາກໄດ້ປ່ອຍປາຄືນສູ່ທໍາມະຊາດ ການນໍາຂອງແຂວງ ແລະ ເມືອງ ຍັງພ້ອມກັນ ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ຮົ່ມ ທີ່ເດີ່ນວັດພະບາດນາດູ່ເຊີ່ງເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດພາຍໃນ ເມືອງລະຄອນເພັງ ໃຫ້ເປັນພື້ນທີສີ ຂຽວ ແລະ ສວຍງາມຕະຫລອດໄປ.

ລາຍງານໂດຍ: ຖວທ ເມືອງລະຄອນເພັງ

.

່.

Leave a Reply

Your email address will not be published. Required fields are marked *