ຕອນເຊົ້າ ວັນທີ 11 ກໍລະກົດ 2020 ນີ້, ແຂວງຈໍາປາສັກ ໄດ້ມີພິທີເປີດຂະບວນການອອກແຮງງານ ເພື່ອຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ #ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ມີຮອງເຈົ້າແຂວງ, ເຈົ້ານະຄອນປາກເຊ ແລະມີ ອະນຸກໍາມະການຮັບຜິດຊອບວຽກງານໂຄສະນາຕ້ອນຮັບກອງປະຊຸມໃຫ່ຍຄັ້ງທີ VIII ຂອງແຂວງ, ມີຄະນະຮັບຜິດຊອບອະນຸສາວະລີ ແຂວງຈໍາປາສັກ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ນາຍ ແລະພົນທະຫານ ກຳລັງ ກອງພົນທີ5, ກອງບັນຊາການ ທະຫານແຂວງ ກອງບັນຊາການ ປກສ ແຂວງ ແລະພະນັກງານ-ລັດຖະກອນ ຂອງ ພະແນກການ ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ເພື່ອເປັນການສ້າງຂະບວນການ ອອກແຮງງານລວມ ຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍາປາສັກ ໃຫ້ມີບັນຍາກາດຟົດຟື້ນ ເພື່ອເຮັດໃຫ້ສະພາບແວດລ້ອມໃນນະຄອນປາກເຊ ແລະ 9 ເມືອງ ໃຫ້ມີຄວາມສະອາດ ສວຍງາມ ທຸກພາກສ່ວນ ໄດ້ຈັດຕັ້ງການອອກແຮງງານລວມ ເຮັດການອະນາໄມ ແລະຕັດຫຍ້າ, ຕັດແຕ່ງກິ່ງໄມ້ ແລະອະນາໄມຮ່ອງນ້ໍາ ໃນບໍລິເວນ ຕາມຈຸດສໍາຄັນຕ່າງໆ ທົ່ວແຂວງ ເປັນຕົ້ນ ແມ່ນ ສະໜາມແດງຂອງແຂວງ, ບໍລິເວນ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ສໍານັກງານອົງການ ອ້ອມຂ້າງແຂວງ, ຈຸດສໍານັກງານປົກຄອງແຂວງ ແລະ ສໍານັກງານ ນະຄອນປາກເຊ ແລະ 9 ເມືອງ.

ໂດຍ ຄະນະພັກ ອົງການປົກຄອງ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ ຊີ້ນໍາ ປະຕິບັດຂະບວນການ ຮັກສາຄວາມສະອາດ ແລະສ້າງຄວາມ ສວຍງາມ ເປັນຕົວເມືອງທີ່ໜ້າຢູ່ ຄຽງຄູ່ກັບການສ້າງຈິດສໍານຶກ ໃຫ້ແກ່ ສະມາຊິກພັກ, ພະນັກງານ-ລັດຖະກອນ ທະຫານ ຕ່ໍາຫຼວດ, ນັກຮຽນ ນັກສຶກສາປັນຍາຊົນ ແລະນັກທຸລະກິດ ກໍຄືທົ່ວສັງຄົມ ໃຫ້ເປັນເຈົ້າການ ໃນການຮັກສາຄວາມສະອາດ ສວຍງາມຂອງບ້ານເມືອງ ປະກອບສ່ວນ ເຂົ້າຮ່ວມໃນ ການສ້າງຂະບວນການຂ່ໍານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍາປາສັກ ໃຫ້ເປັນຂະບວນການຟົດຟື້ນ.
ຂ່າວ: ທັດຊະນະ ນັກຂ່າວຫ້ອງວ່າການແຂວງ
