ລາວ ໂທລະຄົມ ໄຂງານຕະຫຼາດນັດ “Lao Telecom Market” ພ້ອມມອບລາງວັນລົດໃຫ່ຍ TOYOTA Revo ໃຫ້ລູກຄ້າຜູ້ໂຊກດີ ໃນໂຄງການ “ຂູດບັດຮັບໂຊກ”

ວັນທີ: 10 ກໍລະກົດ 2020 ລາວ ໂທລະຄົມ ໄດ້ໄຂງານຕະຫຼາດນັດ “Lao Telecom Market” ຂື້ນ ທີ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ກຽດກ່າວເປີດງານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະ ນາຄົມ ມະຫາຊົນ.

ກິດຈະກໍາຕະຫຼາດນັດຄັ້ງນີ້ຈັດຂື້ນເພື່ອສ້າງສີສັນໃໝ່ໃຫ້ກັບລູກຄ້າ ເຊິ່ງ ລາວ ໂທລະຄົມ ໄດ້ຮ່ວມມືກັບຄູ່ຮ່ວມທຸລະກິດຂອງຕົນຫຼາຍພາກສ່ວນ, ຫຼາຍລະດັບ, ຫຼາກຫຼາຍສິນຄ້າ ແລະ ຫຼາກຫຼາຍບໍລິການ ກ່ຽວກັບ IT ແລະ Technology ເຊັ່ນ:

Huawei, OPOP,W&W, ANC, AiNew, E-Sport, Smart Home, ແມ່ນແລ້ວ, Robotic ຈາກສູນຮຽນຮູ້ VF ແລະ Cookies & Drinks ຈາກຮ້ານ I am Bake ມາໂຮມໂຕກັນຢູ່ບ່ອນດຽວ ເພື່ອວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃຫ້ກັບລູກຄ້າໄດ້ເບິ່ງ,ໄດ້ຊົມ ແລະ ໄດ້ເລືອກຊື້ໄປຊົມໃຊ້ຕາມອັດທະຍາໄສ

ນອກຈາກນັ້ນ ພາຍໃນງານ ຍັງໄດ້ມີພິທີມອບລາງວັນລົດໃຫຍ່ TOYOTA Revo ໃຫ້ກັບລູກຄ້າຜູ້ໂຊກດີ ຈາກການຂູດບັດຕື່ມເງິນຂອງ ລາວ ໂທລະຄົມ ໃນໂຄງການ “ຂູດບັດຮັບໂຊກ” ອີກດ້ວຍ ໃຫ້ກຽດມອບໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ຮັບໂດຍລູກ ຄ້າຜູ້ໂຊກດີ ທ່ານ ຂວັນໃຈ ສວນບຸນມາ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຈົ້າຂອງໝາຍເລກໂທລະສັບ 55899964 ໄດ້ຮັບລາງວັນ ລົດໃຫ່ຍ TOYOTA Revo 1 ລາງວັນ ຈາກການຂູດບັດຕື່ມເງິນ ລາຄາ 25.000 ກີບ.

ໂຄງການຂູດບັດຮັບໂຊກ ລາວ ໂທລະຄົມ ໄດ້ເລີ່ມມາຕັ້ງແຕ່ວັນທີ: 25 ພະຈິກ 2011 ເປັນຕົ້ນມາ ເຊິ່ງມີລາງວັນລວມທັງໝົດ 160,000 ກວ່າລາງວັນໃນເບື້ອງຕົ້ນ ແລະ ໄດ້ເພີ້ມຈໍານວນລາງວັນ ແລະ ມູນຄ່າລາງວັນຂື້ນເລື້ອຍໆໃນທຸກໆປີເຊິ່ງມີລາງວັນສູງສຸດແມ່ນລົດໃຫຍ່. ນັບແຕ່ວັນນັ້ນຈົນເຖີງວັນນີ້ ລູກຄ້າໄດ້ໃຫ້ຄວາມສົນໃຈ ແລະ ນິຍົມຊົມຊອບເປັນຢ່າງດີ ສະນັ້ນ, ລາວ ໂທລະຄົມ ຈຶ່ງໄດ້ຂະຫຍາຍເວລາມາເລື້ອຍໆຈົນຮອດປະຈຸບັນເປັນປີທີ 10 ແລ້ວ ແລະ ມີລູກຄ້າຜູ້ໂຊກດີທົ່ວປະເທດໄດ້ຮັບລາງວັນຈາກ ລາວ ໂທລະຄົມ ເປັນຈໍານວນຫຼວງຫຼາຍໃນນັ້ນໄດ້ມອບໄປແລ້ວມີ: ລົດໃຫຍ່ TOYOTA Fortuner 03 ຄັນ, TOYOTA Revo 01 ຄັນ,Hyundai Accent Blue 02 ຄັນ, Chevrolet sail Hatchback 03 ຄັນ, ລົດຈັກ Honda Wave 100 ຫຼາຍກວ່າ 370 ຄັນ , Honda MSX 5 ຄັນ ແລະ ລາງວັນອື່ນໆ, ສໍາລັບລາງວັນລົດໃຫຍ່ທີ່ມອບໃນມື້ນີ້ແມ່ນ TOYOTA Revo ຄັນທີ 2 .

ລາວ ໂທລະຄົມ ຂໍເຊີນຊວນລູກຄ້າທຸກໆທ່ານຮ່ວມຊີງໂຊກນໍາກັນຕໍ່ໄປວ່າທ່ານໃດຈະເປັນເຈົ້າຂອງລາງວັນໃຫຍ່ຄົນຕໍ່ໄປ, ເພາະວ່າຍັງມີເຄື່ອງລາງວັນຢ່າງຫຼວງຫຼາຍລໍຖ້າທ່ານເປັນເຈົ້າຂອງຢູ່ໂດຍສະເພາະລາງວັນລົດໃຫ່ຍ TOYOTA Fortuner 01 ຄັນ, ລົດໃຫຍ່ TOYOTA Revo 1 ຄັນ, ລົດເກັງ TOYOTA All New VIOS 02 ຄັນ. ທຸກທ່ານຍັງມີໂອກາດທີ່ຈະເປັນຜູ້ໂຊກດີຄົນຕໍ່ໄປໄດ້ເຊັ່ນກັນພຽງແຕ່ເປັນລູກຄ້າ ແລະ ໃຊ້ບໍລິການຕື່ມເງິນດ້ວຍບັດຕື່ມເງິນທຸກຂະໜາດຂອງ ລາວ ໂທລະຄົມ.


ລາວ ໂທລະຄົມ ຂໍຂອບໃຈລູກຄ້າທຸກໆທ່ານທີ່ໃຫ້ຄວາມໄວ້ວາງໃຈໃຊ້ບໍລິການຂອງ ລາວ ໂທລະຄົມ ມາໂດຍຕະຫຼອດ ລາວ ໂທລະຄົມ ຈະມຸ່ງໝັ້ນພັດທະນາເຄືອຂ່າຍ ແລະ ການບໍລິການທີ່ດີທີ່ສຸດສໍາລັບລູກຄ້າທຸກທ່ານ.

“ ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ ”Tel: 030 5500054, 020 55422422

.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *