ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ ຂໍຖືກເປັນກຽດແຈ້ງມາຍັງທຸກພາກສ່ວນທີ່ມີສາຍເກາະຫ້ອຍຊຸມສາຍ ຢູ່ເສົາໄຟຟ້າ ໃນນະຄອນຫຼວງວຽງຈັນ ຊາບວ່າ: ເພື່ອເປັນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສະບັບເລກທີ 107/ກມ ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່ ແລະ ຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.

ນະຄອນຫຼວງວຽງຈັນຈຶ່ງມີແຜນການ ເພື່ອຈັດສັນແກ້ໄຂຊຸມສາຍໂທລະຄົມມະນາຄົມ, ສາຍອິນເຕີເນັດ, ສາຍເຄເບີ້ນຕ່າງໆ ທີ່ບໍ່ເປັນລະບຽບຮຽບຮ້ອຍ ຢູ່ ໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການແກ້ໄຂໃນຄັ້ງນີ້ໄດ້ຮັບຜົນດີ, ຈຶ່ງໄດ້ຈັດຕັ້ງຄັດເລືອກເອົາຈໍານວນ 03 ບໍລິສັດ ທີ່ມີປະສົບການ ແລະ ເງື່ອນໄຂໃນການແກ້ໄຂຊຸມສາຍ ໃຫ້ມາເຮັດທົດລອງ ຢູ່ໃນ 03 ເສັ້ນທາງຕົວແບບຄື: ເສັ້ນທາງ 23 ສິງຫາ, ເສັ້ນທາງໄກສອນພົມວິຫານ ແລະ ເສັ້ນທາງຫໍຄໍາ.

ຊຶ່ງການເຮັດທົດລອງຄັ້ງນີ້ແມ່ນ 03 ບໍລິສັດດັ່ງກ່າວເປັນຜູ້ຮັບຜິດຊອບເອງທາງດ້ານງົບປະມານທັງໝົດລວມທັງດ້ານເຕັກນິກ ແລະ ອຸປະກອນນໍາໃຊ້ຕ່າງໆ. ດັ່ງນັ້ນ, ແຈ້ງມາຍັງສໍານັກງານ, ອົງການບໍລິສັດ ແລະ ພາກສ່ວນທີ່ມີສາຍເກາະຫ້ອຍ ຢູ່ໃນສາມເສັ້ນທາງດັ່ງກ່າວນີ້ ໃຫ້ມາແຈ້ງຊຸມສາຍຂອງຕົນ ຕໍ່ ພະແນກ ປທສ ນະຄອນຫຼວງວຽງຈັນກ່ອນວັນທີ 17 ກໍລະກົດ 2020 ເພື່ອອໍານວຍຄວາມສະດວກໃຫ້ແກ່ການແກ້ໄຂ ແລະ ຈະໄດ້ລີກລ້ຽງຜົນກະທົບຕ່າງໆ, ກໍລະນີຫາກບໍ່ມີພາກສ່ວນໄດມາແຈ້ງ ຈະຖືວ່າສາຍດັ່ງກ່າວບໍ່ໄດ້ນໍາໃຊ້ ແລະ ຈະໄດ້ຕັດອອກ.

ໝາຍເຫດ : ໃຫ້ສົ່ງລາຍຊື່ ແລະ ນາມສະກຸນ ພ້ອມເບີໂທ ພະນັກງານຂອງຕົນຫາ ພະແນກ ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍວັນທີ 17 ກໍລະກົດ 2020