ເພື່ອໃຫ້ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນ້ຳ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ.

ກະຊວງ ກະສິກໍາ ແລະ ປ່າໄມ້ (ກປ) ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ:ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນ້ຳ, ໜອງ ແລະ ສາຍນ້ຳທຳມະຊາດ ພ້ອມທັງມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່, ກຳນົດເຂດວັງສະຫງວນໄປຄວບຄູ່ກັບການອອກລະບຽບການຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຫຼື ການຂະຫຍາຍພັນຂອງສັດນ້ຳ ແລະ ສັດປ່າ ຕິດພັນກັບການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຕາມທິດຍືນຍົງ.

ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງແຜ່ຫຼາຍ ເຊັ່ນ: ການນໍາໃຊ້ອາວຸດ ແລະ ເຄື່ອງມືແບບດັບສູນເຂົ້າໃນການລ່າເນື້ອ, ຫາປາ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ).
ເພື່ອແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວ, ທັງເປັນການຊຸກຍູ້, ສົ່ງເສີມ ແລະ ປູກຈິດສຳນຶກ ກ່ຽວກັບການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ໃຫ້ເປັນຂະບວນຂອງທົ່ວປວງຊົນນັ້ນ, ລັດຖະມົນຕີ ກະຊວງ ກປ ອອກຄໍາສັ່ງ ຄື: ໃຫ້ພະແນກ ກປ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງວຽກສໍາຄັນ ຄື:
1. ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ໃຫ້ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ດ້ວຍຫຼາຍຮູບການ, ບ່ອນທີ່ມີເງື່ອນໄຂ ກໍໃຫ້ມີການປະກວດຮູບແຕ້ມ, ແຂ່ງຂັນແຕ່ງກາບກອນ, ບົດເພງ, ບົດລໍາ, ບົດເລື່ອງສັ້ນ, ຈັດວາງສະແດງຮູບພາບ, ແຈກຢາຍຄູ່ມື ແລະ ເອກະສານ ກ່ຽວກັບການຂະຫຍາຍພັນປາ ແລະ ວຽກງານອະນຸຮັກສັດນ້ຳ ແລະ ສັດປ່າ, ຈັດຕັ້ງເຜີຍແຜ່ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການເພາະລ້ຽງປາແກ່ປະຊາຊົນ ແລະ ກຸ່ມລ້ຽງປາ.
ພ້ອມກັນນັ້ນ, ກໍໃຫ້ຄັດເລືອກບຸກຄົນ ຫຼື ການຈັດຕັ້ງທີ່ເຄື່ອນໄຫວດີເດັ່ນໃນການປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເພື່ອຍ້ອງຍໍ ຫຼື ປະຕິບັດນະໂຍບາຍສົ່ງເສີມຕາມລະບຽບການ; ຈັດກິດຈະກຳຕ່າງໆຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ ເພື່ອຈັດພິທີປ່ອຍປາລົງໃສ່ອ່າງເກັບນ້ຳ, ເຂື່ອນໄຟຟ້ານ້ຳຕົກ, ຫ້ວຍ, ໜອງ, ບຶງ.
ປ່ອຍສັດປ່າທີ່ໄດ້ມາຈາກການເພາະພັນ ຫຼື ຢຶດຈາກການຄ້າ – ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເຊັ່ນ: ປ່ອຍເຂົ້າໃນປ່າສະຫງວນ ຫຼື ເຂດອື່ນທີ່ເຫັນວ່າມີ ຄວາມປອດໄພໃຫ້ສາມາດອອກແມ່ແຜ່ລູກໄດ້ຢ່າງເປັນປົກກະຕິ; ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງ ໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.
2 ພ້ອມທັງຫ້າມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງມີການກະທໍາ ດັ່ງນີ້:
- ຈັບ, ຊື້ – ຂາຍ, ສັດນ້ຳ ແລະ ລ່າສັດປ່າປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ) ໃນທຸກລະດູການຢ່າງເດັດຂາດ.
- ນຳເອົາສັດນ້ຳ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກຳເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ.
- ລ່າສັດນ້ຳ, ສັດປ່າປະເພດທົ່ວໄປ ( ບັນຊີ II ) ໃນສະຖານທີ່ຫວງຫ້າມ, ເຂດອະນຸຮັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໄລຍະລະດູປາວາງໄຂ່ ຫຼື ເຂົ້າພັນສາ.
- ບຸກລຸກທຳລາຍເຂດອະນຸຮັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
- ຈັບຈອງ, ຍ້າຍ, ປ່ຽນແປງ ຫຼື ທໍາລາຍ ເຄື່ອງໝາຍເຂດແດນວັງສະຫງວນ, ເຂດອະນຸຮັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ.
- ຫາປາໃນໄລຍະລະດູປາວາງໄຂ່ ຫຼື ໄລຍະເຂົ້າພັນສາຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ.
- ຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນ້ຳ ດ້ວຍວິທີການເຮັດຕ້ອນ, ເຮັດວີ່, ໃສ່ລອບ ຫຼື ໂຕ່ງ, ມອງຕາຖີ່, ນຳໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໃຊ້ໄຟຟ້າຊັອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ.
- ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ ເຊິ່ງກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງດຳເນີນມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຢ່າງເຂັ້ມງວດ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປະມົງ.
3 ສໍາລັບການຈັດຕັ້ງພິທີ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ນີ້, ໃຫ້ອີງໃສ່ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ່ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນທີ່ມີເງື່ອນໄຂກໍໃຫ້ເລີ່ມລົງມືແຕ່ດຽວນີ້
ໂດຍບໍ່ໃຫ້ລໍຖ້າວັນທີ 13 ກໍລະກົດ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຈົນຮອດທ້າຍເດືອນກັນຍາ, ສຳລັບແນວພັນປາທີ່ຈະນໍາມາປ່ອຍແມ່ນໃຫ້ເລັ່ງໃສ່ແນວພັນປາພື້ນເມືອງ ໂດຍສະເພາະພວກປາກິນພືດ ຫຼື ໄຮນ້ຳ, ສ່ວນແນວພັນປາຕ່າງປະເທດ ແມ່ນໃຫ້ປ່ອຍສະເພາະຢູ່ແຫຼ່ງນ້ຳປິດ ເຊັ່ນ: ໜອງປາຊຸມຊົນ, ອ່າງເກັບນ້ຳຂະໜາດນ້ອຍ ຫຼື ໜອງບໍລິເວນໃດໜຶ່ງ ເພື່ອຫຼີກລຽງການດັບສູນພັນປາພື້ນເມືອງຂອງລາວເຮົາ.
ໃຫ້ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມກວດ ກາປ່າໄມ້ ແລະ ພະແນກ ກປ ແຂວງ, ນວ ເປີດບັ້ນເຜີຍແຜ່ຄໍາສັ່ງສະບັບນີ້ໃຫ້ແກ່ສັງຄົມ, ກຸ່ມເປົ້າໝາຍ ແລະ ຜູ້ປະກອບການໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດຕົວຈິງມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ເພື່ອແກ້ໄຂຢ່າງທັນການ.