ໃນວັນທີ 9/7/2020 ທີ່ນະຄອນຫຼວງວຽງຈັນ ຈັບໄດ້ແລ້ວໂຈນທີ່ຍີງຄົນເສຍຊີວິດຢູ່ ບ້ານຫ້ວຍນ້ຳໃສ ວານນີ້ ໂຈນສອງຄົນຄາຕະກຳຊິງຊັບ ເອົາລົດຈັກສີຟ້າໄປພ້ອມ ຊົມເຊີຍເຈົ້າໜ້າທີ່ເດີ ລາຍລະອຽດຈະລາຍເພີ່ມເຕີມ ຂ່າວກ່ອນໜ້ານີ້ຜູ້ເສຍຊີວິດເປັນເພດຊາຍອາຍຸປະມານ 20 ກວ່າປີນອນຂວໍ່າຫນ້າເກືອກເລືອດໃນທ່າຍັງສວມໃສ່ຫມວກກັນທະທົບຢູ່ຫົວ.

ເຈົ້າຫນ້າກູ້ໄພມູນນິທີຊ່ວຍເຫລືອຜູ້ດ້ອຍໂອກາດເປີດເຜີຍວ່າໄດ້ພົບເຫັນລູກປືນຕົກເຮ່ຍຕາມທອ້ງຖະຫນົນຫ່າງກັນກັບສົບຜູ້ເສຍຊີວິດ 300 ແມັດ ຂະນະທີ່ລົດຈັກ

ຂອງຜູ້ເສຍຊີວິດບໍ່ເຫັນ, ຄາດອາດມີການຊິງຊັບ ຫລືປະເດັນອື່ນໆທີ່ແອບແຝງ. ມືປືນຍິງດ້ານຫລັງຂອງຜູ້ເສຍຊີວິດ ຈາກກວດສອບຮ່າງກາຍບໍ່ມີເອກະສານ ແລະ ຫລັກຖານໃດໆຕິດຕົວ ສະນັ້ນຂໍໃຫ້ຍາດພີ່ນ້ອງຜູ້ເສຍຊີວິດຕິດຕາມ ແລະມາເກັບເອົາສົບດ່ວນ.

ຂ່າວກ່ອນໜ້ານີ້
ຕອນເຊົ້າເວລາ 7:00 ໂມງຂອງວັນທີ 8 ກໍລະກົດ 2020, ເກີດເຫດຍິງກັນເສຍຊີວິດກາງຖະຫນົນຢູ່ລະຫວ່າງບ້ານຫ້ວຍຫ້ອມ-ບ້ານຫ້ວຍນໍ້າໃສ ເມືອງສີໂຄດ

ຕະບອງ ນະຄອນຫລວງວຽງຈັນ ເຊິ່ງປະຊາຊົນຢູ່ໄກ້ບໍລິເວນດັ່ງກ່າວໄດ້ເປີດເຜີຍວ່າໄດ້ຍິນສຽງປືນດັງສະຫນັ່ນ ແຕ່ບໍ່ມີໃຜໃສ່ໃຈຄິດວ່າເດັກນ້ອຍຈູດລູກກະໂພກ. ສົບຊາຍຫນຸ່ມນອນເສຍຊີວິດເກືອກເລືອດພ້ອມມີຫລັກຖານລູກປືນ.

Leave a Reply

Your email address will not be published. Required fields are marked *