ນະຄອນຫຼວງວຽງຈັນ: ລາຍງານຈາກຜູ້ໃຊ້ເຟສບຸກ อํา สีพอนคํา ໃຫ້ຮູ້ວ່າ ເກີດເຫດພະຍາຍາມ ປຸ້ນຊິງຊັບ ໃນ ວັນທີ 9 ກໍລະກົດ ເວລາ 20:15 ນາທີ ເຂດເມືອງສັງທອງ, ນະຄອນຫຼວງວຽງຈັນ.

ຂໍ້ມູນໃຫ້ຮູ້ວ່າ: ມີຊາຍຫນຸ່ມກຳລັງຊີກັບວຽງຮອດຄ້ອຍແລນມາກ (ເຂດແດນເມືອງສັງທອງ ກັບເມືອງສີໂຄດ ນະຄອນຫຼວງວຽງຈັນ) ໄດ້ມີຄົນຮ້າຍ 3 ຄົນລັດປຸ້ນຫວັງຊິງຊັບ ແຕ່ໂຊກດີທີ່ມີລົດວີໂກຂີ່ມາຊ່ວຍໄວ້ທັນ.

ເຊິ່ງຜູ່ເສຍຫາຍ ແມ່ນໄດ້ຮັບບາດເຈັບ ທີ່ໜ້າ ແລະ ໄດ້ເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ເພື່ອຕິດຕາມຈັບຄົນຮ້າຍມາລົງໂທດ.
ເຕືອນໄພທຸກຕົນໃຫ້ລະມັດລະວັງໃນການໄປມາ
ລາຍງານໂດຍ: ອໍາ ສີພອນຄໍາ
