ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ມີການຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນ ລວມທັງນໍາເຂົ້າ ແລະ ຜະລິດເອງ ເທົ່າກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້ກີບ, ທຽບໃສ່ແຜນການເປັນພະລັງງານເທົ່າກັບ 91,11% ແລະ ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍ ຊື້ພະ ລັງງານທັງໝົດ ເທົ່າກັບ 524,37 ກີບ/kWh.

ໃນນັ້ນ ພະລັງງານທີ່ໄຟ ຟ້າລາວ ຜະລິດເອງ ຈໍານວນ 87 ລ້ານ kWh, ກວມເອົາ 1,5% ຂອງພະລັງງານທັງໝົດ, ຊື້ຈາກ ຜ-ຟຟລ ຈໍານວນ 878 ລ້ານ kWh, ກວມເອົາ 15,6%. ຊື້ ຈາກ IPP&SPP ຈໍານວນ 2.986 ລ້ານ kWh, ກວມເອົາ53%, ຊື້ຈາກຕ່າງປະເທດ ຈໍານວນ 1.687 ລ້ານ kWh, ກວມເອົາ 29,9%.

ໃນໄລຍະ 6 ເດືອນຕົ້ນປີ 2020 ສາມາດຈໍາໜ່າຍພະລັງງານໄຟຟ້າທັງໝົດ 5.201 ລ້ານ kWh, ເປັນເງິນ 3.321 ຕື້ກີບ, ທຽບໃສ່ແຜນ ການ ເປັນພະລັງງານ ເທົ່າ ກັບ 90,23%, ເປັນເງິນເທົ່າ ກັບ 89,32%, ລາຄາສະເລ່ຍ ຈໍາໜ່າຍທັງໝົດເທົ່າກັບ 638,65 ກີບ/kWh (ມີສ່ວນຕ່າງຈາກລາຄາສະເລ່ຍຊື້ ເທົ່າກັບ 114,28 ກີບ/kWh; ຍັງບໍ່ລວມຕົ້ນທຶນລະບົບສົ່ງ). ໃນນັ້ນ ຈໍາໜ່າຍພາຍໃນປະເທດ ກວມເອົາ 81,8%, ຂາຍອອກ ຕ່າງປະເທດ ກວມເອົາ 18,2%.

ພະລັງງານຕົກເຮ່ຍ ພາກຈໍາໜ່າຍ (ລວມລູກຄ້າລະບົບສົ່ງ) ປະຕິບັດໄດ້ 6,38%, ຫຼຸດຈາກທ້າຍປີ 2019 ຈໍານວນ 1,39%, ການຂະຫຍາຍຕາຂ່າຍໄຟ ຟ້າອອກສູ່ຊົນນະບົດ: ໃນທົ່ວ ປະເທດ ມີທັງໝົດ: 148 ເມືອງ, ມີໄຟຟ້າໃຊ້ຖາວອນແລ້ວ 100%.ຈຳນວນບ້ານ ມີທັງໝົດ: 8.449 ບ້ານ, ໃນນັ້ນ ມີໄຟຟ້າ ໃຊ້ຖາ ວອນແລ້ວ: 7.857 ບ້ານ, ເທົ່າ ກັບ 92,99%.

ຂອງ ຈໍານວນບ້ານທັງໝົດ ທົ່ວປະເທດ.ຈຳນວນຄອບຄົວ ທັງໝົດມີ: 1.251.652 ຄອບຄົວ, ມີໄຟຟ້າໃຊ້ແລ້ວ 1.173.329 ຄອບຄົວ ເທົ່າກັບ 93,74% ຂອງຈໍານວນຄອບຄົວທັງໝົດ ທົ່ວປະເທດ.

ສຳລັບແຜນສູ້ຊົນ 6 ເດືອນທ້າຍປີ 2020 ແມ່ນ ສືບຕໍ່ຄົ້ນຄວ້າລາຄາໄຟຟ້າຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຕາມການຊີ້ນໍາຂອງລັດຖະບານ, ສືບຕໍ່ແກ້ໄຂຖານະການເງິນ ຂອງໄຟຟ້າລາວ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ດ້ວຍຫຼາຍຮູບຫຼາຍແບບຫຼາຍວິທີການ, ເນັ້ນໃສ່ການບໍລິການລູກຄ້າ ໃຫ້ມີຄວາມເພິ່ງພໍໃຈ, ສືບຕໍ່ສູ້ຊົນປັບປຸງສັນຍາຊື້-ຂາຍໄຟຈາກຜູ້ຜະລິດໃນຮູບແບບ Take or Pay ຕາມ Base Energy ມາເປັນຕາມພະລັງງານຕົວຈິງ ແລະ ເຈລະຈາລາຄາໄຟຟ້າຄືນໃໝ່

ໃຫ້ໄປຕາມກົນໄກລາຄາຂາຍແຕ່ຍັງຮັກສາລາຄາສະເລ່ຍໄວ້ຄືເກົ່າ, ປັດຈຸບັນໄດ້ສົ່ງໜັງສືຂໍເຈລະຈາ ຫາໂຄງການທີ່ກ່ຽວຂ້ອງ ເປັນສ່ວນໃຫຍ່ແລ້ວ, ເອົາໃຈໃສ່ແກ້ໄຂພະລັງງານຕົກເຮ່ຍໃຫ້ໄດ້ ບໍ່ເກີນ 9% ຕາມມາດຕະຖານ ISO 9001:2015 ສືບຕໍ່ເຮັດວຽກ ປະສານງານກັບຄະນະປັບປຸງ ແລະ ກວດກາລັດວິສາຫະກິດໄຟຟ້າລາວ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ປະກອບມີ ຫຼຽນໄຊແຮງງານຊັ້ນ II, III, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ, ນອກຈາກນີ້ຍັງໄດ້ປະດັບຫຼຽນໃຫ້ 4 ໂຄງການຄື: ໂຄງການສາຍສົ່ງ 115 KV ຫ້ວຍຊາຍ-ສະຖານີ ຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂຄງການສາຍສົ່ງ 115 KV ນ້ຳງຽບ 1 ຫາ ສະ ຖານີ ປາກຊັນ ແຂວງບໍລິຄຳໄຊ, ໂຄງການສາຍສົ່ງ 230 KV ເຂື່ອນໄຟຟ້ານ້ຳຊຳ ຫາ ສະຖານີຫົວເມືອງ ແຂງຫົວພັນ ແລະ ໂຄງການສາຍສົ່ງ GMS ພາກເໜືອ ກໍ່ສ້າງສາຍສົ່ງ-ສະຖານີ 115 KV ໄຊຍະບູລິ-ປາກລາຍ-ແກ່ນທ້າວ.

ຂ່າວ: ບຸນຕອມ-ໜັງສືພິມ ປະຊາຊົນ

Leave a Reply

Your email address will not be published. Required fields are marked *