ໃນວັນທີ 8 ກໍລະກົດຜ່ານມານີ້, ທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ຢູ່ແຂວງຈຳປາສັກ. ໂດຍການຕ້ອນຮັບຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີທ່ານ ຮອງເຈົ້າແຂວງ ແລະ ພະນັກງານຫລັກແຫລ່ງ ຂອງຂະແໜງການເງິນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ພົບປະປຶກສາຫາບາງບັນຫາທີ່ສຳຄັນທີ່ຕິດພັນກັບວຽກງານຂອງຂະແໜງການເງິນ ໂດຍສະເພາະວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຢູ່ແຂວງຈຳປາສັກ. ຈາກນັ້ນ, ທ່ານ ຮອງນາຍົກ ພ້ອມດ້ວຍຄະນະ ໄດ້ໄປລົງຕິດຕາມກ່ຽວກັບການຈັດຕັ້ງເຝົ້າລະວັງຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສູນກັກກັນຫລັກ 21 ເມືອງປະທຸມພອນ, ພ້ອມທັງໄດ້ຮັບຟັງການລາຍງານໂດຍສັງເຂບ ເຊິ່ງກ່ອນນັ້ນ ເປັນສູນຊ່ວຍເຫລືອຜູ້ດ້ອຍໂອກາດທາງສັງຄົມແຂວງຈຳປາສັກ, ແຕ່ປັດຈຸບັນຖືກນຳມາກັກກັ້ນແຮງງານລາວ ທີ່ເຄື່ອນຍ້າຍມາແຕ່ເຮັດວຽກຕ່າງປະເທດ ໂດຍສະເພາະເຄື່ອນຍ້າຍມາເຮັດວຽກຢູ່ປະເທດໄທ. ສູນແຫ່ງນີ້ ມີອາຄານຈຳນວນ10 ຫລັງ ເຊິ່ງ 7 ຫລັງຮັບໃຊ້ສຳລັບແຮງງານກຸ່ມເປົ້າໝາຍ, ມີທັງໝົດ 20 ຫ້ອງ; ສໍາລັບແຮງງານລາວ ທີ່ໄດ້ເຄື່ອນຍ້າຍມາແຕ່ປະເທດໄທ ເຂົ້າມາກັກກັນຢູພາຍໃນສູນນັບແຕ່ວັນທີ 27 ເມສາ 2020 ມາຮອດປັດຈຸບັນ ມີແຮງງານສະສົມທັງໝົດ 1.126 ຄົນ, ຍິງ 692 ຄົນ. ເມືອຮອດກຳນົດ 14ວັນຕາມມາດຕະການຄວບຄຸມພະຍາດໂຄວິດ-19 ໄດ້ສົ່ງຄືນກັບບ້ານເພື່ອດຳລົງຊີວິດຕາມປົກກະຕິແລ້ວມີຈຳນວນ 1.134 ຄົນຍິງ 498 ຄົນ. ຈາກນັ້ນ, ທ່ານ ສົມດີ ດວງດີ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ກວດກາຄວາມຄືບໜ້າໂຄງການພັດທະນາເຂດເສດຖະກິດວັງເຕົ່າ-ໂພນທອງ ແລະ ກວດກາເບິ່ງສະພາບອາຄານດ່ານສາກົນວັງເຕົ່າຕື່ມອີກ.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະເຮັດວຽກກັບທ່ານ ມະໄລທອງ ກົມມະສິດ ພ້ອມຮັບຊາບກ່ຽວກັບສະພາບການນໍາພາ-ຊີ້ນໍາລວມ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ເຫັນວ່າສະພາບແວດລ້ອມການພັດທະນາບໍ່ມີຜົນສຳເລັດເທົ່າທີ່ຄວນ ຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ເສດ ຖະກິດ ແລະ ສັງຄົມຢ່າງໜັກໜ່ວງ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ແລະ ການຊ່ວຍເຫລືອຢ່າງທັນການ ຈາກສູນກາງພັກ-ລັດຖະບານ, ແຂວງຈຳປາສັກຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ.

ສະເພາະ 6 ເດືອນຕົ້ນປີ 2020 ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 9.390 ຕື້ກີບ(ແຜນ 20.101 ຕື້ກີບ)ເທົ່າກັບ 46,72%, ສະເລ່ຍຕໍ່ຫົວຄົນໄດ້ 1.410 ໂດລາສະຫະລັດ ຫລື 12,6 ລ້ານກີບຕໍ່ຄົນ; ໂຄງປະກອບເສດຖະກິດ: ກະສິກໍາ-ປ່າໄມ້ກວມ 29,12%,ອຸດສາ ຫະກໍາກວມ 14,3% ແລະ ບໍລິການກວມ 56,58% ຂອງ GDP. ຄາດຄະເນວ່າມູນຄ່າ GDP ປີ 20 20 ຈະປະຕິບັດໄດ້ຕາມແຜນການ ຖ້າຫາກການລະບາດຂອງພະຍາດ COVID-19 ສືບຕໍ່ຜ່ອນຄາຍລົງ. ສ່ວນການຈັດເກັບລາຍຮັບເຂົ້າງົບປະມານ ປີ 2020 ຕາມແຜນ 1.557ຕື້ກີບ(ສູນກາງ 742,20 ຕື້ກີບ ແລະ ພູດທ້ອງຖິ່ນ 815,51 ຕື້ກີບ); ມາຮອດປັດຈຸບັນສາມາດປະຕິບັດໄດ້ 607,91 ຕື້ກີບ, ທຽບໃສ່ໄລຍະດຽວຫລຸດລົງ 13,27%, ທຽບໃສ່ແຜນປີໄດ້ 39,20% ແລະ 70,96% ຂອງແຜນ 6 ເດືອນ.

ໂອກາດດັ່ງກ່າວ,ທ່ານ ສົມດີ ດວງດີ ໄດ້ເນັ້ນໃຫ້ຄະນະພັກ ຄະນະນຳຂອງແຂວງ ໂດຍສະເພາະພະແນກການເງິນຂອງແຂວງ ສືບຕໍ່ປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານ ເພື່ອການພັດທະນາຂອງແຂວງໃຫ້ຕໍ່ເນື່ອງ, ການກວດກາລາຍຮັບໃຫ້ຖືກຕ້ອງຕາມຄວາມເປັນຈິງ, ເຂັ້ມງວດການນຳເຂົ້າສິນຄ້າຕ່າງໆ ແລະ ສືບຕໍ່ຊອກທ່າແຮງທີ່ບົ່ມຊ້ອນໃນແຕ່ລະຂົງເຂດໃນທ້ອງຖິ່ນ ເພື່ອເພີ່ມການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ກະຊວງການເງິນ