ຜ່ານມາເກືອບ 2 ປີ, ການປຸກສ້າງເຮືອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງແຕ່ 30-40% ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດຈາກເຫດສັນເຂື່ອນອ່ານເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ເຊິ່ງມີທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ.

Image may contain: sky, tree, plant and outdoor

ໃນນັ້ນ 102 ຫລັງແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງ ການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນ ໄຫວເຮັດວຽກຢູ່ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໄຈ ເປັນຕົ້ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ ແລະ ສາເຫດອື່ນໆ.

Image may contain: sky, house, cloud, plant, tree, outdoor and nature

ຢ່າງແນວໃດກໍຕາມ, ທ່ານໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ, ເມືອງ, ແຂວງ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ ໃນການປະສານງານກັນຢ່າງຕໍ່ເນື່ອງ ເພື່ອຮີບຮ້ອນແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນໃຫ້ປະຊາຊົນດັ່ງກ່າວສຳ ເລັດຕາມຄາດໝາຍທີ່ວາງໄວ້.

Image may contain: 1 person, standing and outdoor

ສໍາລັບເຫດສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເກີດຂຶ້ນໃນຄໍ່າຄືນວັນທີ 23 ກໍລະກົດ 2018 ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາປານກາງ.

Cr: ສິງຄໍາ

Leave a Reply

Your email address will not be published. Required fields are marked *