ໃນວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍທ່ານ ນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມປູກຜັກດັ່ງກ່າວ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ຫລາຍກວ່າ 20 ຄອບຄົວ.

ທ່ານນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ຂຶ້ນລາຍໂດຍຫຍໍ້ໃຫ້ຮູ້ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້້ນທີ່ທຳການຜະລິດ, ຍາມແລ້ງນ້ຳບໍ່ພຽງພໍ, ຄວາມຮູ້ດ້ານວີິຊາການຢູ່ໃນຂີດຈຳກັດ. ນອກນັ້ນ ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນ ນຳອີກ.
