ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ລາຍງານໂດຍອ້າງອີງຕາມການລາຍງານຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ນີ້ ໄດ້ອະນຸຍາດສົ່ງສິນຄ້າອອກຕ່າງປະເທດ ຈໍານວນ 130.000 ກວ່າໂຕນ ມູນຄ່າ 14.675.000 ກວ່າໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20%.

ໃນນີ້, ສາລີ 18.000 ກວ່າໂຕນ ມູນຄ່າ 2.172.000 ໂດລາ, ໝາກເດືອຍ 1.000 ກວ່າໂຕນ ມູນຄ່າ 278.000 ໂດລາ, ມັນຕົ້ນແຫ້ງ 109.000 ກວ່າໂຕນ ມູນຄ່າ 12.000.000 ກວ່າໂດລາ, ຖົ່ວດິນຝັກ 30 ກວ່າໂຕນ ມູນຄ່າ 10.000 ກວ່າໂດລາ, ຖົ່ວແດງ 265 ໂຕນ ມູນຄ່າ 100.000 ກວ່າໂດລາ, ໝາກງາ 28 ໂຕນ ມູນຄ່າ 21.000 ໂດລາ, ຂີງດໍາ 12 ໂຕນ ມູນຄ່າ 6.000 ໂດລາ, ແກ່ນສາລີ 2.000 ໂຕນ ມູນຄ່າ 20.000 ໂດລາ, ໝາກແຕງດອງເກດເອ 90 ກວ່າໂຕນ ມູນຄ່າ 14.900 ໂດລາ, ໝາກແຕງດອງເກດບີ 50 ກວ່າໂຕນ ມູນຄ່າ 3.000 ກວ່າໂດລາ.

ນອກຈາກ ການສົ່ງສິນຄ້າອອກຕ່າງປະເທດແລ້ວ, ເມືອງແກ່ນທ້າວ ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 861.000.000 ກວ່າໂດລາ. ໃນນີ້, ນໍ້າມັນເຊື້ອໄຟ ມູນຄ່າ 814.000.000 ກວ່າໂດລາ, ພາຫະນະ 73.000 ກວ່າໂດລາ, ສິ້ນສ່ວນອາໄຫລ່ 19.800.000 ກວ່າໂດລາ, ເຄື່ອງກໍ່ສ້າງ 2.600.000 ກວ່າໂດລາ, ເຄື່ອງໃຊ້ໄຟຟ້າ 486.000 ກວ່າໂດລາ ແລະ ເຄື່ອງອຸປະໂພກ 24.400.000 ກວ່າໂດລາ.