ລາຍງານຈາກ ສະຫາຍ ພູວອນ ໃນຕອນເຊົ້າວັນທີ່ 9 ກໍລະກົດ 2020 ທີ່ ປະຈໍາການ ຢູ່ ທາງພູເກົ້າຫຼັກ ເພື່ອ ສ້ອມແປງທາງ ເນື່ອງຈາກດິນເຈື່ອນທັບຕັນທາງ ແຕ່ວັນທີ່ 4/7/2020

ສະຫາຍ ພູວອນ ແຈ້ງໃຫ້ຮູ້ວ່າ ເສັ້ນທາງຫຍັງບໍ່ສາມາດຜ່ານໄດ້ ເນື່ອງຈາກ ປະລິມານຂີ້ຕົມ ທີ່ມາກັບດິນເຈື່ອນແມ່ນ ຖົມຕັນທາງ ເປັນວົງກວ້າງ. ຕ້ອງໃຊ້ເວລາໃນການສ້ອມແປງ.

ດັ່ງນັ້ນ ຈິ່ງແຈ້ງຂ່າວໃຫ້ທຸກຄົນ ທີ່ຈະເດີນທາງຜ່ານທາງເສັ້ນນີ້ ໃຫ້ຫຼີກລ້ຽງກ່ອນ ເພື່ອຄວາມປອດໄພ ແລະ ບໍ່ເສຍເວລາ. ຖ້າສ້ອມແປງແລ້ວ ແລະ ສາມາດສັນຈອນໄດ້ປົກກະຕິ ຈະແຈ້ງໃຫ້ຊາບຕື່ມ.

.

.

.

.

.

.

ຂ່າວກ່ອນໜ້ານີ້
ລາຍງານຈາກປະຊາຊົນ ໃຫ້ຮູ້ ເວລາ 16:30 ວັນທີ່ 7/7/2020 ນີ້ວ່າ ສະພາບທາງ ພູເກົ້າຫຼັກແມ່ນໜັກກວ່າເກົ່າ ທາງຂາດ ແລ້ວ ແລະ ອາດໃຊ້ເວລາດົນໃນການສ້ອມແປງ. ຈິ່ງເຕືອນໄພທຸກຄົນໃຫ້ຮັບຮູ້ ແລະ ຫຼີກລ້ຽງເສັ້ນທາງດັ່ງກ່າວ.

.

.

.

ຄລິບ ວັນທີ່ 7/7/2020 ຈຸດຂົວນໍ້າປ່ອງນ້ອຍ. ຝົນຕົກເທີງພູ ນໍ້າປ່າໄຫຼຊຸລົງມາ ເວລາປະມານ 11:00 ວັນທີ່ 7/7/2020.
.

.

.

.
ຂ່າວກ່ອນໜ້ານີ້
ແຈ້ງເຕືອນ ຈາກ ສະຫາຍ ພູວອນ ທີມງານ ສ້ອມແປງທາງເຂດ ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ໃຫ້ຮູ້ ໃນຕອນເຊົ້າ ວັນທີ່ 7 ກໍລະກົດ 2020 ນີ້ວ່າ.

ການສັນຈອນທາງກາສີ-ເມືອງນານ ແມ່ນມີຄວາມຍຸ້ງຍາກຫຼາຍ ຖ້າບໍ່ຈຳເປັນກະລຸນານຳໃຊ້ເສັ້ນທາງອື່ນກ່ອນ, ການສ້ອມແປງແຕ່ຄືນວັນທີ່ 6/7/2020 ຜ່ານມາ.

ເນື່ອງຈາກສະພາບຟ້າຝົນ ຈິ່ງຢ້ານວ່າດິນຍັງຈະເຈື່ອນຕັນທາງອີກ.

.

.
