ໃນຕອນແລງວັນທີ 8 ກໍລະກົດ 2020 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ ໄດ້ມີພິທີທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ, ສື່ມວນຊົນເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ກ່າວວ່າ: ເພື່ອສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍນອກລະບົບທຸກຮູບແບບ, ໃນໄລຍະຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈຳ ໂດຍໄດ້ສຸມກວດລົດຂົນສົ່ງສິນຄ້າ, ຕະຫຼາດຈຳໜ່າຍ ແລະ ຈຸດຂ້າມລອຍຕ່າງໆ

ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດເພື່ອນບ້ານ ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1.600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ

ເຊິ່ງສິນຄ້າປະກອບມີ: ໝາກເລັ່ນ ຈຳນວນ 2.100 ກິໂລ, ໝາກນາວ 2.580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2.000 ກິໂລ ໂດຍນໍ້າໜັກລວມທັງໝົດ 6.880 ກິໂລ ມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາທຳລາຍ.
