ຂໍອະນຸໂມທະນາທານກັບ ຄອບຄົວ ທ່ານຄຳພອນ ພົນເສນາ ທີຖວາຍດິນໃຫ້ສົງໃຫ້ຄະນະສົງ
ຕອນເຊົ້າຂອງ ວັນທີ ໘ ກໍລະກົດ ໒໐໒໐ ທ່ານ ຄຳພອນ ພົນເສນາ ພ້ອມຄອບຄົວ ໄດ້ຖວາຍດີນ 30 ເຮັກຕາ ເພື່ອເປັນທໍລະນີສົງ ໄວ້ໃນການສ້າງສາພັດທະນາ ທາງດ້ານພຣະພຸດທະສາສະຫນາ. ໂດຍສະເພາະ ອາຄານຮຽນ.

ໂດຍຝ່າຍສົງມີ
- ຍາທ່ານໃຫຍ່ ພຣະອາຈາຣຍ໌ໃຫຍ່ ບຸນມາ ສີມມາພົມ ຮັກສາການປະທານ ອພສ.ສູນກາງ ,
- ຍາທ່ານໃຫຍ່ ພຣະອາຈາຣຍ໌ໃຫຍ່ ເວດ ມະເສໄນ ຮອງປະທານ ອພສ. ສູນກາງ
- ແລະ ພຣະເຖຣານຸເຖຣະ,

ຊຶ່ງຝ່າຍຄະຣາວາດ ມີ
- ທ່ານ ຄຳພອນ ພົນເສນາ ພ້ອມຄອບຄົວ
- ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາການເມືອງສູນກາງພັກ
- ທ່ານ ຄຳໃບ ດຳລັດ ຮອງສູນກາງແນວລາວສ້າງຊາດ
- ທ່ານ ຮສ. ປອ. ສົມອົກ ກິ່ງສະດາ ຮອງສູນກາງແນວລາວສ້າງຊາດ.
- ພ້ອມດ້ວຍພໍ່ອອກແມ່ອອກສັດທາທັງຫລາຍເຂົ້າຮ່ວມເປັນສັກຂີພິຍານ.

ດິນ 30 ເຮັກຕ້າ ແມ່ນຢູ່ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ຂອບໃຈຂ່າວຈາກ : ວາລະສານ ສຽງວິທະຍາໄລສົງ

.

.
