ໃນຄັ້ງວັນທີ 07/ 07 /2020 ທາງພະແນກ ຕມ ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ຈໍານວນ 09 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍໃຫ້ກັບເຈົ້າໜ້າທີຕໍາຫຼວດ ສປ ຈີນ ທີ່ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ.

ໄດ້ມີການມອບຮັບ ທີ່ດ່ານ ຕມ ສາກົນ ແຂວງຫຼວງນໍາທາ-ດ່ານ ຕມສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ

ເຈົ້າໜ້າທີ່ ຝ່າຍລາວນໍາພາໂດຍ:
ທ່ານ ພັທ ສົມປອງແກ້ວປັນຍາ ຫົວໜ້າພະແນກ ຕມ ປກສ ແຂວງບໍ່ແກ້ວ.
ທ່ານ ຮທ ດວງສະຫວາດ ວິຊາການ ຕມ.
ເຈົ້າໜ້າທີ່ ຝ່າຍ ສປ ຈີນ ນໍາພາໂດຍ:
ທ່ານ ຊີຮວາລົງ ຮອງຈຸງານລາດຕະເວນ.
ທ່ານ ລີລ່ຽງຸຸຸຖ່າວ ວິຊາການ
ທາງພະແນກ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແກ້ໄຂຕໍ່ກັບຄະດີຄື:

ສືບຕໍ່ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍການເຂົ້າ-ອອກເມືອງ.

ຖ້າພວກກ່ຽວຫາກຍັງມີການເຄື່ອນໄຫວການກະທຳຜິດໃນຄັ້ງໜ້າ ທາງເຈົ້າໜ້າທີ່ ພວກເຮົາຈະດຳເນີນຕາມລະບຽບກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ, ໂດຍທີ່ບໍ່ໄດ້ປັບໃໝພວກກ່ຽວແຕ່ຢ່າງໃດ.

