ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 07/07/2020 ມີ 56 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-07/07/2020 ມີ 2,618 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ, ລາຍລະອຽດດັ່ງຕາຕະລາງລຸ່ມນີ້:

ລາຍລະອຽດກໍລະນີເສຍຊີວິດ: ເພດຊາຍ, ອາຍຸ 20 ປີ, ອາຊີບກຳມະກອນ, ຢູ່ບ້ານນ້ຳພານ: ເມືອງຄູນ, ແຂວງຊຽງຂວາງ, ອາການ ໄຂ້, ເຈັບຫົວ, ເຈັບກ້າມຊີ້ນ, ຕຸ່ມຜື່ນຄັນ, ມີຈຸດຊ້ຳເລືອດ,ເຮັດຕວກນິເກເປັນບວກ, ເລີ່ມຕົ້ນເຈັບວັນທີ 28/06/2020, ເຂົ້າໂຮງໝໍ ວັນທີ 01/07/2020, ແລະ ເສຍຊີວິດວັນທີ 07/07/2020, ສົ່ງຕົວຢ່າງມາ ສວລ ວັນທີ 03/07/2020 ລໍຖ້າຜົນກວດ ( ລາຍລະອຽດຈະລາຍງານຕື່ມຕາມພາຍຫຼັງ)
