(ມີຄລິບຢູ່ດ້ານລຸ່ມ)

ນະຄອນຫຼວງວຽງຈັນ: ເກີດເຫດ ເສົ້າສະຫຼົດໃຈ ລາຍງານຈາກກູ້ໄພ Sathatham Rescue ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ  ໃຫ້ຮູ້ໃນເວລາ 7:00 ວັນທີ 8 ກໍລະກົດ 2020 ນີ້ວ່າເກີດເຫດ ຄາດຕະກໍາ ມີ ຊາຍຫນຸ່ມນິລະນາມ ຖືກຍິງເຂົ້າດ້ານຫລັງເສຍຊີວິດຄາທີ່ກາງຖະຫນົນທີ່ບ້ານຫ້ວຍຫ້ອມ.

ຕອນເຊົ້າເວລາ 7:00 ໂມງຂອງວັນທີ 8 ມິຖຸນາ 2020, ເກີດເຫດຍິງກັນຕາຍກາງຖະຫນົນຢູ່ລະຫວ່າງບ້ານຫ້ວຍຫ້ອມ-ບ້ານຫ້ວຍນໍ້າໃສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ເຊິ່ງປະຊາຊົນຢູ່ໄກ້ບໍລິເວນດັ່ງກ່າວໄດ້ເປີດເຜີຍວ່າໄດ້ຍິນສຽງປືນດັງສະຫນັ່ນ ແຕ່ບໍ່ມີໃຜໃສ່ໃຈຄິດວ່າເດັກນ້ອຍຈູດລູກກະໂພກ. ຈິ່ງພາກັນອອກໄປພົບເຫັນມີຄົນເສຍຊີວິດ 1 ຄົນ ເປັນເພດຊາຍ.

ຂໍ້ມູນເບິ່ງຕົ້ນຜູ້ເສຍຊີວິດເປັນເພດຊາຍ ຄົນບ້ານອ່າງນ້ອຍ ເມືອງ ສັງທອງ ນະຄອນຫລວງວຽງຈັນ. ຜູ້ເສຍຊີວິດເປັນເພດຊາຍອາຍຸປະມານ 20 ກວ່າປີນອນຂວໍ່າຫນ້າເກືອກເລືອດ ຫົວຍັງສວມໃສ່ຫມວກກັນທະທົບຢູ່.

ເຈົ້າຫນ້າກູ້ໄພມູນນິທີຊ່ວຍເຫລືອຜູ້ດ້ອຍໂອກາດເປີດເຜີຍວ່າ: ໄດ້ພົບເຫັນລູກປືນຕົກເຮ່ຍຕາມທອ້ງຖະຫນົນຫ່າງກັນກັບສົບຜູ້ຕາຍ 300 ແມັດ ຂະນະທີ່ລົດຈັກຂອງຜູ້ຕາຍບໍ່ເຫັນ, ຄາດອາດມີການຊິງຊັບ ຫລື ປະເດັນອື່ນໆທີ່ແອບແຝງ. ທາງເຈົ້າໜ້າທີ່ກ່ຽວຂ້ອງຈະແຈ້ງຕິດຕາມ ແລະ ແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ຄລິບລາຍງານສົດຈາກ ກູ້ໄພ Sathatham Rescue ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ 

Leave a Reply

Your email address will not be published. Required fields are marked *