ສະຫວັນນະເຂດ: ລາຍງານຈາກກູ້ໄພແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ເວລາປະມານ 23:00 ວັນທີ່ 7/7/2020ໄດ້ຮັບແຈ້ງຈາກປະຊາຊົນ ວ່າ ມີຄົນ ຈູດຕົນເອງເພື່ອຂ້າຕົວຕາຍ ທີ່ບ້ານນາແກ, ນະຄອນ ໄກສອນພົມວິຫານ, ແຂວງສະຫວັນນະເຂດ.

ທາງກູ້ໄພ ໄດ້ອອກກວດເຫດ ພົບເຫັນໄຟລຸກໄໝ້ພາຍໃນຫ້ອງ ຂອງເຮືອນ ທີ່ແຈ້ງເຫດ, ຈິ່ງສົມ ທົບກັບ ເຈົ້າໜ້າທີ່ ກ່ຽວຂ້ອງ ຊ່ວຍກັນມອດໄຟ. ທີ່ຈຸດເກີດເຫດ ມີຜູ່ເສຍຊີວິດ 1 ຄົນ ຊື່ ທ້າວກອບ ອາຍຸ 28 ປີ.

ສ່ວນສາເຫດແຮງຈູງໃຈຄັ້ງນີ້ ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.
ຄລິບລາຍງານສົດຈາກກູ້ໄພແຂວງສະຫວັນນະເຂດ
ສະແດງຄວາມເສຍໃຈກັບຄອບຄົບຜູ່ເສຍຊີວິດ