ນະຄອນຫຼວງວຽງຈັນ: 1614 ລາຍງານ ເຫດຄົນເສຍຊີວິດຢູ່ຫ້ອງແຖວເຂດບ້ານດົງໜາກຄາຍ ໃນວັນທີ 07/07/2020 ເວລາ 19:25 ນາທີ

ສະມາຄົມອາສາກູ້ໄພນະຄອນຫຼວງ 1624 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີຄົນເສຍຊີວິດຢູ່ຫ້ອງແຖວເຂດບ້ານດົງໝາກຄາຍ ເມືອງ ໄຊທານີ ແຂວງນະຄອນຫຼວງວຽງຈັນ

ທາງທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ (ຊາຍ1ຄົນ) ອາຍຸ 68 ປີ, ຄາດວ່າເສຍຊິວິດມາແລ້ວຫຼາຍມື້.
ສ່ວນສາເຫດການເສຍຊີວິດແມ່ນຍັງລໍ້ຖ້າເຈົ້າໜ້າທີ່ກວດສອບ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
